ຂ່າວເດັ່ນ

ເປີດຕົວຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາລາວ

ເປີດຕົວຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາລາວ

(VOVWORLD) -ວັນທີ 11 ພະຈິກ, ທີ່ວັດເຟີດຕິກ ນະຄອນຫຼວງວຽງຈັນ, ລາວ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ຈັດພິທີປະກາດຂໍ້ຕົກລົງ ແລະ ເປີດຕົວຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາ ລາວ.

ພະສັງຄະນາຍົກ ທິກມິນກວາງ ກ່າວຄໍາເຫັນທີ່ພິທີ (ພາບ:phatgiao.org.vn)

ໂດຍຕາງໜ້າໃຫ້ອົງການພຸດທະສາສະໜາສໍາພັນລາວ, ພະອາຈານ ມະຫາເວດ ມະເສໄນ ໄດ້ມອບຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມປະຈໍາລາວ ໃຫ້ ພະສັງຄະນາຍົກ ທິກມິນກວາງ, ຫົວໜ້າຄະນະປະສານງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈໍາລາວ, ເຈົ້າອາວາດວັດເຟີດຕິກ.

        ການສ້າງຕັ້ງຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາລາວ ແມ່ນເພື່ອແນໃສ່ໜູນຊ່ວຍ ສະຫະພັນພຸດທະສາສະໜາລາວ ແລະ ສະມາຄົມພຸດທະສາສະໜາຫວຽດນາມໃນວຽກງານການຄຸ້ມຄອງ, ບໍລິຫານພະສົງສໍາມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ທີ່ພວມເຮັດວຽກ ແລະ ດໍາລົງຊີວິດຢູ່ລາວ.


This site is protected by reCAPTCHA and the Google Privacy Policy and Terms of Service apply.