ຂ່າວເດັ່ນ

ເປີດຕົວຊຸດພາບລະບຸຕົວຕົນ ງານບຸນເພື່ອສັນຕິພາບ 2026

[VOVWORLD] - ແຂວງ ກວາງຈິ ໄດ້ຈັດງານບຸນເພື່ອສັນຕິພາບ 2026 ນັບແຕ່ເດືອນ ມີນາ ຮອດເດືອນ ທັນວາ 2026 ດ້ວຍການເຄື່ອນໄຫວທີ່ອຸດົມສົນບູນ, ຫຼາກຫຼາຍ.

        ຕອນ​ເຊົ້າ​ວັນ​ທີ 04 ເມ​ສາ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ກວາງ​ຈິ ໄດ້​ເປີດຕົວ​ຊຸດ​ພາບລະ​ບຸ​ຕົວຕົນ ງານ​ບຸນ​ເພື່ອ​ສັນ​ຕິ​ພາບ 2026, ຜ່ານນັ້ນ​ກໍ່ໄດ້ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ສັນ​ຕິ​ພາບ, ຄວາມສາ​ມັກ​ຄີ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງໄປເຖິງ​ປະ​ຊາ​ຄົມ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

        ແຂວງ ກວາງ​ຈິ ໄດ້​ຈັດງານ​ບຸນເພື່ອ​ສັນ​ຕິ​ພາບ 2026 ນັບ​ແຕ່​ເດືອນ ມີ​ນາ ຮອດ​ເດືອນ ທັນ​ວາ 2026 ດ້ວຍ​ການ​ເຄື່ອນ​ໄຫວທີ່​ອຸ​ດົມ​ສົນ​ບູນ​, ຫຼາກຫຼາຍ​. ຈຸດ​​ເດັ່ນ​ຂອງ​ລາຍ​ການ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ ກໍ​ລະ​ກົດ 2026 ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພິ​ເສດ​ 2 ຟາກ​ແມ່​ນ້ຳ ຮ່ຽນ​ເລືອງ - ເບັນ​ຫາຍ. ພິ​ເສດ, ໃນ​ຕອນ​ຄ່ຳ​ວັນ​ທີ 26 ກໍ​ລະ​ກົດ, ແຂວງ​ຈະ​ຈັດ​ພິ​ທີ​ໄຕ້ທຽນ​ຕອບ​ບຸນ​ແທນ​ຄຸນ​ຢູ່​ບັນ​ດາ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ທົ່ວ​ບໍ​ລິ​ເວນ​ແຂວງ ແລະ ບຸນລອຍກະໂທງຢູ່ແມ່ນ​້ຳ ແທັກ​ຮ້ານ.

        ດ້ວຍ​ຫົວ​ຂໍ້ “ຈາກ​ຄວາມ​ຊົງ​ຈ​ຳ​ໄປສູ່​ອະ​ນາ​ຄົດ - ກວາງ​ຈິ ເພື່ອ​ສັນ​ຕິ​ພາບ”, ງານ​ບຸນ​ບໍ່​ພຽງ​ແຕ່ແມ່ນ​ໂອ​ກາດ​ເພື່ອ​ຈາລຶກ​ເທົ່າ​ນັ້ນ, ຫ​າກ​ຍັງ​ປະ​ກອບ​ສ່ວນ​ສຶກ​ສາ​ມູນ​ເຊື້ອ​ຮັກ​ສາດ​ໃຫ້​ແກ່​ລຸ້ນ​ໜຸ່ມ, ແຜ່​ກະ​ຈາຍ​ສານ​ສັນ​ຕິ​ພາບໄປເຖິງ​ເພື່ອນ​ມິດ​ສາ​ກົນອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.