ຂ່າວເດັ່ນ

ເປີດກ​ວ້າງ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ແລກ​ປ່ຽນ​ລະ​ຫວ່​າງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດນາມ - ລາວ

ເປີດກ​ວ້າງ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ແລກ​ປ່ຽນ​ລະ​ຫວ່​າງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດນາມ - ລາວ

(VOVWORLD) -ຕອນບ່າຍວັນທີ 7 ທັນວາ, ຢູ່ ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໄດ້ມີການພົບປະກັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ທີ່ການພົບປະ, ທ່ານ ໂດ້ວັນຈຽນ ໄດ້ເນັ້ນໜັກວ່າປີ 2022 ເປັນປີສະເຫຼີມສະ ຫຼອງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນລົງນາມໃຫ້ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022), ສະນັ້ນ, ແນວໂຮມປະເທດຊາດ       ຫວຽດນາມ ຈະຈັດຕັ້ງບັນດາເຫດການທີ່ມີຄວາມໝາຍ, ແນໃສ່ສຶກສາມູນເຊື້ອໃຫ້ແກ່ລຸ່ນໜຸ່ມພ້ອມກັນຮັກສາ, ເສີມຂະຫຍາຍສາຍພົວພັນແບບພິເສດທີ່ຍິ່ງໃຫຍ່, ຫາຍາກລະຫວ່າງ 2 ປະເທດໃຫ້ດີກວ່າອີກ. ກ່ຽວກັບວຽກງານພົວພັນຕ່າງປະເທດປະຊາຊົນລະຫວ່າງ 2 ປະເທດ, ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນຈະສືບຕໍ່ສ້າງແຜນການເພື່ອເປີດກວ້າງ ການເຄື່ອນໄຫວ ພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ, ໂດຍສະເພາະແມ່ນຢູ່ບັນດາເຂດລຽບຕາມຊາຍແດນ, ເພືື່ອຈາກນັ້ນກໍ່ພ້ອມກັນສ້າງ 2 ປະເທດໃຫ້ນັບມື້ນັບພັດທະນາ.

ສ່ວນທ່ານປະທານສະພາແຫ່ງຊາດ ລາວ ໄດ້ສະແດງຄວາມປາດຖະໜາຢາກໃຫ້ ແນວໂຮມ ລາວ ສ້າງຊາດ ແລະ ແນວໂຮມປະເທດຊາດ ຫວຽດນາມສືບຕໍ່ປະຕິບັດຂໍ້ຕົກລົງການຮ່ວມມືຢ່າງມີປະສິດທິຜົນຕາມທິດນັບມື້ນັບເປີດກວ້າງ, ມີຫຼາຍຮູບແບບກວ່າອີກ.

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ມີການເຮັດວຽກກັບກຸ່ມບໍລິສັດເກວເລິມ, ຢູ່ເມືອງ ບິງຊວຽນ, ແຂວງ ຫວິງຟຸກ. ນີ້ແມ່ນຫົວໜ່ວຍແຖວໜ້າໃນຂົງເຂດການຜະລິດ, ດຳເນີນທຸລະກິດກ່ຽວກັບຝຸ່ນອົງຄະທາດໃນທົ່ວປະເທດ. ທ່ານປະທານສະພາແຫ່ງຊາດ ລາວ ຫວັງວ່າກຸ່ມບໍລິສັດເກວເລິມຈະໄປ ຊອກຮູ້ກາລະໂອການລົງທຶນ, ຮ່ວມມືຜະລິດກະສິກຳອົງຄະທາດຢູ່ລາວ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.