ຂ່າວເດັ່ນ

ເປີດນຳໃຊ້ຫໍພິພິຕະພັນອາວະກາດ ຫວຽດນາມ

ເປີດນຳໃຊ້ຫໍພິພິຕະພັນອາວະກາດ ຫວຽດນາມ

(VOVWORLD) - ກິດຈະກຳດັ່ງກ່າວມີເນື້ອທີ່ກາງແຈ້ງກວ້າງກວ່າ 1.500 ຕາແມັດ ແລະ ໃນຮົ່ມກວ່າ 1.600 ຕາແມັດ, ລວມມີ 2 ຊັ້ນ

(ພິທີເປີດນຳໃຊ້ “ຫໍພິພິຕະພັນອາວະກາດ ຫວຽດນາມ”)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025) ແລະ 50 ປີແຫ່ງວັນສ້າງຕັ້ງສູນສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (1975 – 2025), ວັນທີ 21 ສິງຫາ, ສູນອາວະກາດ ຫວຽດນາມ ໄດ້ຈັດພິທີເປີດນຳໃຊ້ “ຫໍພິພິຕະພັນອາວະກາດ ຫວຽດນາມ” ຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ (ຮ່າໂນ້ຍ).

        ກິດຈະກຳດັ່ງກ່າວມີເນື້ອທີ່ກາງແຈ້ງກວ້າງກວ່າ 1.500 ຕາແມັດ ແລະ ໃນຮົ່ມກວ່າ 1.600 ຕາແມັດ, ລວມມີ 2 ຊັ້ນ ໄດ້ອອກແບບຕາມຄວາມຮູ້ສຶກທີ່ກ້ວາງໃຫຍ່ຂອງອາວະກາດ. ການຈັດແບ່ງໄດ້ຊັບຊ້ອນຈາກອະດີດການກຳເນີດຂອງອາວະກາດ ຕະຫຼອດຮອດບັນດາຜົນສຳເລັດໃນປະຈຸບັນ ແລະ ອະນາຄົດ. ທ່ານ ເລຊວັນຮຸຍ, ຮອງຜູ້ອຳນວຍການໃຫຍ່ສູນອາວະກາດ ຫວຽດນາມ, ແບ່ງປັນວ່າ:

        “ຈຸດພົ້ນເດັ່ນຂອງຫໍພິພິຕະພັນອາວະກາດ ຫວຽດນາມ ແມ່ນຕິດພັນກັບການພັດທະນາເຕັກໂນໂລຊີອາວະກາດຂອງ ຫວຽດນາມ. ຜ່ານນັ້ນ, ພວກຂ້າພະເຈົ້າກໍ່ຢາກສົ່ງສານເຖິງເພື່ອນໜຸ່ມມີຄວາມເມົາມົວໃນຂົງເຂດວິທະຍາສາດເຕັກໂນໂລຊີອາວະກາດວ່າ, ຫວຽດນາມ ໄດ້ມີການເຄື່ອນໄຫວກ່ຽວກັບວິທະຍາສາດເຕັກໂນໂລຊີພັດທະນາ, ໃນນັ້ນມີວິທະຍາສາດເຕັກໂນໂລຊີອາວະກາດ. ສະນັ້ນ, ຫວັງວ່າ ພວກເພື່ອນໜຸ່ມຈະປຸກລຸກຄວາມເມົາມົວ, ອຸທິດສ່ວນໃຫ້ແກ່ວິທະຍາສາດ ຫວຽດນາມ”.

        ກ່າວຄຳເຫັນທີ່ພິທີເປີດນຳໃຊ້, ທ່ານ ຫງວຽນຈິຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ, ສູນອາວະກາດ ຫວຽດນາມ ແມ່ນພື້ນຖານເພື່ອພັດທະນາເຕັກໂນໂລຊີ ແລະ ຜະລິດດາວທຽມແຖວໜ້າຂອງ ຫວຽດນາມ, ກາຍເປັນຫົວໜ່ວຍຄົ້ນຄວ້າແຖວໜ້າຢູ່ພາກພື້ນ ແລະ ໃນໂລກເທື່ອລະກ້າວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.