ຂ່າວເດັ່ນ

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

(VOVWORLD) - ພິທີເປີດສະຫຼອງແມ່ນການສືບທອດມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ, ແມ່ນສັນຍາລັກໃຫ້ແກ່ການສືບທອດຂອງຄົນລຸ່ນຕ່າງໆ, ໃຫ້ແກ່ການກຽມພ້ອມພັດທະນາ, ຮ່ວມມືລະຫວ່າງ ລັດເຊຍ ແລະ ຫວຽດນາມ.

(ພິທີເປີດສະຫຼອງ)

ວັນທີ 29 ກໍລະກົດ, ຕໍ່ໜ້າການເປັນສັກຂີພິຍານຂອງທ່ານນາງ ໂງເຟືອງລີ, ພັນລະຍາຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ພ້ອມກັບຄະນະຜູ້ແທນ ຫວຽດນາມ, ສະໜາມຫຼວງ ໂຮ່ຈີມິນ ໄດ້ເປີດສະຫຼອງຢ່າງເປັນທາງການຢູ່ເມືອງ Vyborg, ນະຄອນ St. Petersburg, ສະຫະພັນ ລັດເຊຍ.

ພິທີເປີດສະຫຼອງແມ່ນການສືບທອດມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ, ແມ່ນສັນຍາລັກໃຫ້ແກ່ການສືບທອດຂອງຄົນລຸ່ນຕ່າງໆ, ໃຫ້ແກ່ການກຽມພ້ອມພັດທະນາ, ຮ່ວມມືລະຫວ່າງ ລັດເຊຍ ແລະ  ຫວຽດນາມ. ພາຍຫຼັງພິທີເປີດສະຫຼອງ, ທ່ານນາງ ໂງເຟືອງລີ ໄດ້ໄປຢ້ຽມຢາມໂຮງຮຽນສາມັນເລກທີ 488 ແຫ່ງມີເຂດວາງສະແດງກ່ຽວກັບປະທານ ໂຮ່ຈີມິນ ແລະ ຍາມໃດກໍ່ແມ່ນສະຖານທີ່ “ແດງ” ຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ມາຢ້ຽມຊົມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.