ຂ່າວເດັ່ນ

ເປີດສະຫຼອງສູນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ອາຊຽນ ຢູ່ ໄທ

ເປີດສະຫຼອງສູນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ອາຊຽນ ຢູ່ ໄທ

(VOVWORLD) - ວັນທີ 14 ກັນຍາ, ສູນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ໄດ້ເປີດສະຫຼອງຢູ່ ໄທ ແນໃສ່ບຳລຸງສ້າງພາລະກອນຂຶ້ນກັບ ອາຊຽນ ເພື່ອຕ້ານຄືນບັນດາໄພນາບຂູ່ທາງອິນເຕີແນັດ ຢູ່ບັນດາເຂດຖືກບຸກໂຈມຕີໄດ້ງ່າຍ.

(ພາບປະກອບ/bangkokpost.com)

ແນວຄວາມຄິດສ້າງຕັ້ງສູນສ້າງກຳລັງຄວາມສາມາດດ້ານຄວາມໝັ້ນຄົງທາງອິນເຕີແນັດ ອາຊຽນ - ຍີ່ປຸ່ນ ໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີ ອາຊຽນ ແລະ ຍີ່ປຸ່ນ ຢູ່ ກຳປູເຈຍ ເມື່ອປີ 2017. ຄາດວ່າຈະມີພາລະກອນທີ່ເຮັດວຽກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດຂຶ້ນກັບບັນດາປະເທດ ອາຊຽນ ປະມານ 700 ຄົນ ຈະຮຽນຈົບຢູ່ສູນດັ່ງກ່າວ ພາຍຫລັງສຳເລັດຫຼັກສູດການສອນໂດຍ ຍີ່ປຸ່ນ ຮຽບຮຽງ, ໃນນັ້ນ ມີການຄຸ້ມຄອງອິນເຕີແນັດ, ຊອກຫາຂໍ້ມູນ, ວິເຄາະລະຫັດທີ່ເປັນອັນຕະລາຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.