ຂ່າວເດັ່ນ

ເປັນ​ເຈົ້າ​ການ​ຮັບ​ມື​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ກັບ ພາ​ຍຸ Bualoi

ເປັນ​ເຈົ້າ​ການ​ຮັບ​ມື​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ກັບ ພາ​ຍຸ Bualoi

(VOVWORLD) - ພາຍຸ Bualoi ແມ່ນພາຍຸແຮງ, ອັນຕະລາຍ, ຍາກທີ່ຈະຄາດຄະເນໄດ້ການເດີນທາງຂອງພາຍຸຢ່າງຊັດເຈນ, ພິເສດແມ່ນເມື່ອເຄື່ອນຍ້າຍລຽບຕາມແຄມທະເລ. ເພາະສະນັ້ນ, ຕ້ອງຖືນີ້ແມ່ນກໍລະນີສຸກເສີນ, ກະກຽມຮັບມືຢູ່ລະດັບສູງສຸດ.

ພາບປະກອບ: baohatinh.vn

ເປັນເຈົ້າການຮັບມືຢູ່ລະດັບສູງທີ່ສຸດກັບ ພາຍຸ Bualoi, ຖືຊີວິດອິນຊີ ຂອງປະຊາຊົນຢູ່ແມ່ນສຳຄັນທີ່ສຸດ. ນີ້ແມ່ນຄວາມຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຮອງຫົວໜ້າຄະນະປະຈຳ ຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ຢູ່ກອງປະຊຸມຜັນຂະຫຍາຍການຮັບມືກັບພາຍຸ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າໂນ້ຍ. ທ່ານຮອນນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັ້ກວ່າ ພາຍຸ Bualoi ແມ່ນພາຍຸແຮງ, ອັນຕະລາຍ, ຍາກທີ່ຈະຄາດຄະເນໄດ້ການເດີນທາງຂອງພາຍຸຢ່າງຊັດເຈນ, ພິເສດແມ່ນເມື່ອເຄື່ອນຍ້າຍລຽບຕາມແຄມທະເລ. ເພາະສະນັ້ນ, ຕ້ອງຖືນີ້ແມ່ນກໍລະນີສຸກເສີນ, ກະກຽມຮັບມືຢູ່ລະດັບສູງສຸດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ:

ກະຊວງກະສິກຳສິ່ງແວດລ້ອມ ແລະ ທ້ອງຖິ່ນສືບຕໍ່ເຮັດແຈ້ງບັນດາສະຖານທີ່ຖືກຜົນສະທ້ອນ, ສ້າງວິທີການ ແລະ ແຜນການຢູ່ເຂດຖືກຜົນສະທ້ອນ. ຂ້າພະເຈົ້າສະເໜີບັນດາອົງການສື່ມວນຊົນຖືນີ້ແມ່ນ ໜ້າທີ່. ລົງຂ່າວກ່ຽວກັບພາຍຸ ຜ່ານໂທລະພາບ, ວິທະຍຸ, ບັນດາອົງການຢູ່ທະເລຄື: ທະຫານປ້ອງກັນຊາຍແດນ, ອົງການກວດກາປ່າ, ຕ່ຳຫຼວດທະເລ ລົງຂ່າວ ດ້ວຍຮູບແບບຕ່າງໆຄື ທາງໂທລະສັບ, ສົ່ງຂໍ້ຄວາມ…

This site is protected by reCAPTCHA and the Google Privacy Policy and Terms of Service apply.