ຂ່າວເດັ່ນ

ເປັນ​ຄັ້ງ​ທຳ​ອິດທີ່ມີ​ບັນ​ດາ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ເດີນສວນ​ສະ​ໜາມ​ທາງ​ທະ​ເລ ໃນ​ພິ​ທີ ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່​ງວັນ​ຊາດ ຫວຽດນາມ

ເປັນ​ຄັ້ງ​ທຳ​ອິດທີ່ມີ​ບັນ​ດາ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ເດີນສວນ​ສະ​ໜາມ​ທາງ​ທະ​ເລ ໃນ​ພິ​ທີ ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່​ງວັນ​ຊາດ ຫວຽດນາມ

(VOVWORLD) - ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ ປະເທດພວມກະກຽມສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ໂອກາດນີ້ກໍ່ກົງກັບ 80 ປີແຫ່ງວັນສ້າງຕັ້ງກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.


ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ເປັນຄັ້ງທຳອິດທີ່ມີບັນດາກຳລັງເຂົ້າຮ່ວມການເດີນສວນສະໜາມທາງທະເລ ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ, ນີ້ແມ່ນຂໍ້ມູນໂດຍ ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ໃນການພົບປະກັບສື່ມວນຊົນໃນວັນທີ 19 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 – 21/06/2025). ຕາມນັ້ນແລ້ວ, ພິທີເດີນສວນສະໜາມທາງທະເລ ຈະມີການເຂົ້າຮ່ວມຂອງກຳລັງທະຫານເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນທາງທະເລ, ກຳລັງກວດກາການປະມົງ, ກຳລັງທະຫານຮາບ ເຂົ້າຮ່ວມກການປົກປັກຮັກສາອະທິປະໄຕ ທະເລໝູ່ເກາະ… ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ ປະເທດພວມກະກຽມສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ໂອກາດນີ້ກໍ່ກົງກັບ 80 ປີແຫ່ງວັນສ້າງຕັ້ງກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ. ດັ່ງນັ້ນ, ຫວຽດນາມ ຈະເຊີນບັນດາປະເທດເພື່ອນມິດເຂົ້າຮ່ວມການເດີນສວນສະໜາມ: 80 ປີແຫ່ງວັນຊາດ, ພວກຂ້າພະເຈົ້າກໍ່ຈະເຊີນປະເທດເພື່ອນມິດຈຳນວນໜຶ່ງ ເຊິ່ງແມ່ນຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນ, ອຸທິດສ່ວນໃຫ້ແກ່ຊົນຊາດ ຫວຽດນາມ ເພື່ອການປົດປ່ອຍຊາດ, ຍາດເອົາຄວາມສັນຕິພາບ, ຄວາມອີ່ມໜຳສຳລານສົມບູນພູນສຸກ, ຄວາມເສລີພາບມາໃຫ້ແກ່ຊາດ ຫວຽດນາມ ຄືນນັ້ນ  ເຂົ້າຮ່ວມການເດີນສະໜາມຄັ້ງນີ້. ບໍ່ຫຼາຍ, ແຕ່ກໍ່ແມ່ນຂີດໝາຍທີ່ເຂັ້ມແຂງ, ຢັ້ງຢືນວ່າ ເພື່ອນມິດໃນໂລກມີຄວາມເຄົາລົບ ນັບຖືຕໍ່ປະເທດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.