ຂ່າວເດັ່ນ

ເປັນຄັ້ງ​ທຳ​ອິດ​ນາງ​ງາມ ຫວຽດ​ນາມ ຄອງ​ມົງ​ກຸດ Miss International

ເປັນຄັ້ງ​ທຳ​ອິດ​ນາງ​ງາມ ຫວຽດ​ນາມ ຄອງ​ມົງ​ກຸດ Miss International

(VOVWORLD) - ນາງງາມສາກົນຄົນໃໝ່ ແທັງຖຸຍ, ອາຍຸ 22 ປີ, ບ້ານເກີດຢູ່ ດ່າໜັງ ແລະ ມີຄວາມສູງ 176 cm. ໃນສອງອາທິດເຂົ້າຮ່ວມງານປະກວດຢູ່ ຍີ່ປຸ່ນ, ແທັງຖຸຍ ຍາມໃດກໍສະແດງໃຫ້ເຫັນຮູບພາບນາງສາວເຕັມໄປດ້ວຍພະລັງຊີວິດ ແລະ ໝັ້ນໃຈ.

ນາງງາມ ຮວິ່ງທິແທັງຖຸຍ ຜູ້ຄອງມົງກຸດງານປະກວດນາງງາມສາກົນ

ໂດຍລື່ນກາຍນາງງາມກວ່າ 70 ຄົນ ທີ່ມາຈາກບັນດາປະເທດ ແລະ ເຂດແຄວ້ນໃນໂລກ, ນາງງາມ ຮວິ່ງທິແທັງຖຸຍ, ຜູ້ຕາງໜ້າຂອງ ຫວຽດນາມ ຍາດໄດ້ລາງວັນສູງສຸດໃນງານປະກວດນາງງາມສາກົນ ປີ 2024 (Miss International ປີ 2024) ທີ່ດຳເນີນໃນຕອນຄ່ຳວັນທີ 12 ພະຈິກຕາມເວລາທ້ອງຖິ່ນ, ຢູ່ ໂຕກຽວ, ຍີ່ປຸ່ນ. ນາງ ຮວິ່ງທິແທັງຖຸຍ ແມ່ນນາງງາມ ຫວຽດນາມ ຜູ້ທຳອິດທີ່ຄອງມົງກຸດງານປະກວດນາງງາມສາກົນ ແລະ ກໍແມ່ນນາງງາມ ຫວຽດນາມ ຜູ້ທຳອິດທີ່ເຂົ້າຮ່ວມການປະກວດດັ່ງກ່າວ.

        ນາງງາມສາກົນຄົນໃໝ່ ແທັງຖຸຍ, ອາຍຸ 22 ປີ, ບ້ານເກີດຢູ່ ດ່າໜັງ ແລະ ມີຄວາມສູງ 176  cm. ໃນສອງອາທິດເຂົ້າຮ່ວມງານປະກວດຢູ່ ຍີ່ປຸ່ນ, ແທັງຖຸຍ ຍາມໃດກໍສະແດງໃຫ້ເຫັນຮູບພາບນາງສາວເຕັມໄປດ້ວຍພະລັງຊີວິດ ແລະ ໝັ້ນໃຈ. ໃນຈຸດເວລາທີ່ໄດ້ຄອງມົງກຸດ, ນາງງາມ ຮວິ່ງທິແທັງຖຸຍ ແບ່ງປັນວ່າ:

        “ຂອບໃຈຫຼາຍໆ. ຂ້າພະເຈົ້າເປັນນາງງາມ ຫວຽດນາມ ຜູ້ທຳອິດທີ່ເຂົ້າຮ່ວມ Miss International ແລະ ປັດຈຸບັນ, ຂ້າພະເຈົ້າເປັນນາງງາມສາກົນຜູ້ທຳອິດທີ່ມາຈາກ ຫວຽດນາມ. ໃນທີ່ສຸດ, ຂ້າພະເຈົ້າກໍສາມາດພິສູດໃຫ້ເຫັນວ່າ ຂ້າພະເຈົ້າສົມກັບນ້ຳໃຈຄວາມຮັກແພງ, ການສະໜັບສະໜູນຂອງຜູ້ຊົມ, ຜູ້ເຊຍ, ຜູ້ມີຄວາມຮັກ ປະເທດ ຫວຽດນາມ ແລະ ທົ່ວໂລກ.  ຂອບໃຈໝົດທຸກຄົນຫຼາຍໆ”.

        ກໍໃນຕອນຄ່ຳວັນດຽວກັນ, ຄະນະຈັດຕັ້ງໄດ້ປະກາດຕຳແໜ່ງ ຮອງນາງງາມທີ 1 ໄດ້ແກ່ຜູ້ຕາງໜ້າ ໂບລີເວຍ, ຮອງນາງງາມທີ 2 ໄດ້ແກ່ ແອັດສະປາຍ, ນາງງາມທີ 3 ໄດ້ແກ່ ເວເນຊູແອລາ, ນາງງາມທີ 4 ໄດ້ແກ່ ອິນໂດເນເຊຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.