ຂ່າວເດັ່ນ

ເປົ້າໝາຍສູງສຸດແມ່ນເພື່ອການພັດທະນາຂອງປະເທດຊາດ

ເປົ້າໝາຍສູງສຸດແມ່ນເພື່ອການພັດທະນາຂອງປະເທດຊາດ

(VOVWORLD) - ຜ່ານບົດລາຍງານສັງລວມຂອງທ່ານເລຂາທິການສະພາແຫ່ງຊາດ, ບັນດາຄຳເຫັນກ່າວປາໄສຂອງບັນດາສະມາຊິກສະພາແຫ່ງຊາດແມ່ນໄດ້ເຫັນດີໂດຍພື້ນຖານຕໍ່ກັບໝາກຜົນທີ່ໄດ້ຍົກອອກມາໃນບົດລາຍງານ.

ທີ່ກອງປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 04 ທັນວາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບັນດາບົດລາຍງານວຽກງານອາຍຸການ 2021 – 2026 ຂອງປະທານປະເທດ, ລັດຖະບານ, ບັນດາອົງການສູນກາງ, ວຽກງານອາຍຸການສະພາແຫ່ງຊາດຊຸດທີ 15 ຫຼາຍສະບັບ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ຜ່ານບົດລາຍງານສັງລວມຂອງທ່ານເລຂາທິການສະພາແຫ່ງຊາດ, ບັນດາຄຳເຫັນກ່າວປາໄສຂອງບັນດາສະມາຊິກສະພາແຫ່ງຊາດແມ່ນໄດ້ເຫັນດີໂດຍພື້ນຖານຕໍ່ກັບໝາກຜົນທີ່ໄດ້ຍົກອອກມາໃນບົດລາຍງານ. ຕາມນັ້ນແລ້ວ, ໃນອາຍຸການ 2021 – 2026, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ທ່ານປະທານປະເທດ, ລັດຖະບານ, ທ່ານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ທົ່ວລະບົບການເມືອງ ຍາມໃດກໍ່ຢຶດໝັ້ນເປົ້າໝາຍແມ່ນການພັດທະນາຂອງປະເທດຊາດ ໃຫ້ພັດທະນາແບບຍືນຍົງ, ກວມລວມ, ຖືປະຊາຊົນເປັນໃຈກາງ.

        ຕີລາຄາສູງອາຍຸການຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ, ທ່ານນາງ ເຈິ່ນທິທູເຟືອກສະມາຊິກສະພາແຫ່ງຊາດແຂວງ ກວາງນາມ, ຢືນຢັນວ່າ:

“GDP ສະເລ່ຍໄລຍະ 2021 – 2025 ບັນລຸປະມານ 6,3%/ປີ, ສູງກວ່າໄລຍະ 2016 – 2020 ແມ່ນ 6,25%/ປີ, ສູ້ຊົນປີ 2025 ເພີ່ມຂຶ້ນແຕ່ 8,3 – 8,5%, ນຳຂອບຂະໜາດພື້ນຖານເສດຖະກິດຂອງ ຫວຽດນາມ ຂຶ້ນເປັນ 510 ຕື້ USD, ຢືນອັນດັບທີ 32 ໃນໂລກ, GDP ສະເລ່ຍຕໍ່ຫົວຄົນບັນລຸ 5.000 USD. ນີ້ແມ່ນສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ກຳລັງຄວາມຕ້ານທານ ແລະ ທ່າຟື້ນຟູຢ່າງແຮງຂອງພື້ນຖານເສດຖະກິດ ຫວຽດນາມ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.