ຂ່າວເດັ່ນ

ເສດຖະກິດ ຫວຽດນາມ ຍັງມີລະດັບການເຕີບໂຕໄວທີ່ສຸດຢູ່ ອາຊີ ເຖິງວ່າຖືກຊຸດໂຊມຍ້ອນໂລກລະບາດໂຄວິດ 19

ເສດຖະກິດ ຫວຽດນາມ ຍັງມີລະດັບການເຕີບໂຕໄວທີ່ສຸດຢູ່ ອາຊີ ເຖິງວ່າຖືກຊຸດໂຊມຍ້ອນໂລກລະບາດໂຄວິດ 19

(VOVWORLD) - ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຫລຸດລົງຢ່າງແຮງໃນປີ 2020, ລົງໃນລະດັບ 4,8%, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ແຜ່ລະບາດ ແລະ ຕໍ່ໄປແມ່ນບັນດາການກະທົບຫລຸດລົງຢ່າງແຮງກ່ຽວກັບຄວາມຕ້ອງການ ເຊິ່ງປັດຈຸບັນພວມເກີດຂຶ້ນຢູ່ບັນດາປະເທດເປັນຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນຕົ້ນຕໍຂອງ ຫວຽດນາມ.

  ເຖິງຢ່າງໃດກໍ່ຕາມ, ເຖິງວ່າບັນດາການເຄື່ອນໄຫວດ້ານເສດຖະກິດຖືກຊຸດໂຊມ ແລະ ຄວາມສ່ຽງຈາກໂລກລະບາດໂຄວິດ 19 ຍັງຄົງຕົວຢູ່ ນັ້ນ, ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕເສດຖະກິດໄວທີ່ສຸດໃນພາກພື້ນ ອາຊຽນ. ນີ້ແມ່ນຂໍ້ສັງເກດ ໄດ້ຍົກອອກມາໃນບົດລາຍງານແງ່ຫວັງການພັດທະນາ ອາຊີ (ADO 2020) ໂດຍທະນາຄານພັດທະນາ ອາຊີ (ADB) ປະກາດໃນວັນທີ 03 ເມສາ.

        ຕາມການໄຈ້ແຍກລະອຽດຂອງ ADB ແລ້ວ, ລະດັບການເຕີບໂຕເສດຖະກິດ ຫວຽດນາມ ຖືກຫລຸດລົງໃນລະດັບ 3,8% ໃນໄຕມາດ 1 ປີ 2020, ເມື່ອທຽບໃສ່ລະດັບ 6,8% ຂອງໄລຍະດຽວກັນປີ 2019. ເລື່ອງຈຳກັດການໄປມາ ແມ່ນເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2 ໄດ້ເຮັດໃຫ້ການ ບໍລິໂພກອຸປະໂພກຢູ່ພາຍໃນປະເທດຊັກຊ້າລົງ. ການເຕີບໂຕຂອງຂົງເຂດການບໍລິການ, ແມ່ນຂົງເຂດຖືກຜົນກະທົບຫລາຍທີ່ສຸດ ຍ້ອນໂລກລະບາດ, ຫລຸດລົງເຫຼືອພຽງ 3,2% ໃນໄຕມາດ 1 ປີ 2020.

         ADB ຄາດຄະເນວ່າ ຖ້າຫາກໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໃນເຄິ່ງຕົ້ນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະສາມາດຟື້ນຟູໄດ້ດ້ວຍລະດັບການເຕີບໂຕ 6,8% ໃນປີ 2021 ແລະ ຈະສືບຕໍ່ເຕີບໂຕຢ່າງແຮງໃນໄລຍະກາງ ແລະ ຍາວ. ຫວຽດນາມ ກໍ່ໄດ້ຮັບຜົນປະໂຫຍດຈາກເລື່ອງ ຈີນ ສາມາດຄວບຄຸມ ໂລກລະບາດໂຄວິດ 19 ໄດ້ແລ້ວ ແລະ ເລື່ອງຟື້ນຟູການເຕີບໂຕຂອງ ຈີນ ຈະປະກອບສ່ວນຟື້ນຟູລະບົບມູນຄ່າທົ່ວໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.