ຂ່າວເດັ່ນ

ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ແກ່ນ​ສານ​ຂອງວັດ​ທະ​ນະ​ທຳ​ການ​ສຶກ​ສາ ຫວຽດ​ນາມ

ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ແກ່ນ​ສານ​ຂອງວັດ​ທະ​ນະ​ທຳ​ການ​ສຶກ​ສາ ຫວຽດ​ນາມ

(VOVWORLD) - ຕອນຄ່ຳວັນທີ 9 ມັງກອນ, ຢູ່ບໍລິເວນສ້າງ ທຽນກວາງ, ວັນໝຽວ - ກວັກຕືຢາມ ຢູ່ ຮ່າໂນ້ຍ ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ໄດ້ດຳເນີນລາຍການສະແດງສິລະປະ “ວັດທະນະທຳການສຶກສາ” ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງວັນໝຽວກວັກຕືຢາມ (1076 – 2026).

ລາຍການສະແດງສິລະປະ “ວັດທະນະທຳການສຶກສາ” ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງວັນໝຽວກວັກຕືຢາມ (1076 – 2026) (ພາບ: VOV)

ຜ່ານສິລະປະການສະແດງໃນເວທີດັ່ງກ່າວ, ລາຍການໄດ້ວາດພາບເຖິງວິວັດທະນາການຂອງວັດທະນະທຳການສຶກສາ ຫວຽດນາມ  ນັບແຕ່ປະເພນີການສອບເສັງຕະຫຼອດຮອດນ້ຳໃຈການຮຽນຂອງສັງຄົມທັນສະໄໝ ຢ່າງມີຊີວິດຊີວາ, ປະກອບສ່ວນແຜ່ກະຈາຍຄຸນຄ່າອະລິຍະທຳ ທັງລອງ - ຮ່າໂນ້ຍ ໃນການດຳລົງຊີວິດປັດຈຸບັນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນຂອບເຂດກິດຈະກຳວັດທະນະທຳ - ສຶກສາພິເສດ ເພື່ອສະເຫຼີມສະຫຼອງ 950 ປີແຫ່ງວັນສ້າງຕັ້ງ ວັນໝຽວກວັກຕືຢາມ ໂດຍສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນ. ໃນຂອບເຂດກິດຈະກຳດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນບັນດາຄຸນຄ່າແກ່ນສານຂອງວັດທະນະທຳການສຶກສາຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນປຸກລຸກຄວາມເອກອ້າງທະນົງໃຈ, ສະຕິຄວາມຮັດບຮູ້ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອດຸໝັ້ນຮ່ຳຮຽນ ເພື່ອໃຫ້ວັດທະນະທຳການສຶກສາ ສືບຕໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດໃນຍຸກສະໄໝໃໝ່.


This site is protected by reCAPTCHA and the Google Privacy Policy and Terms of Service apply.