ຂ່າວເດັ່ນ

ເຊີດ​ຊູພື້ນຖານວັດທະນະທຳຫຼາກຫຼາຍສີ​ສັນ ແລະ ສາຍພົວພັນລະຫວ່າງປະຊາຊົນຫວຽດນາມ-ສະຫະລັດອາເມຣິກາ

ເຊີດ​ຊູພື້ນຖານວັດທະນະທຳຫຼາກຫຼາຍສີ​ສັນ ແລະ ສາຍພົວພັນລະຫວ່າງປະຊາຊົນຫວຽດນາມ-ສະຫະລັດອາເມຣິກາ

(VOVWORLD) - ນີ້ແມ່ນການເຄື່ອນໄຫວທີ່ນອນຢູ່ໃນກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ສະຫະລັດອາເມຣິກາ (1995-2025).

ລາຍການສະແດງສິລະປະ ຢູ່ ການພົບປະແລກປ່ຽນມິດຕະພາບຫວຽດນາມ-ສະຫະລັດອາເມຣິກາ
(ພາບ: hanoimoi.vn)

ໃນວັນທີ 23 ພະຈິກ ຢູ່ ນະຄອນຫຼວງຮ່າໂນ້ຍ, ສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ, ຄະນະຜູ້ແທນການທູດສະຫະລັດອາເມຣິກາ ປະຈຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ສົມທົບກັນຈັດຕັ້ງລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ສະຫະລັດອາເມຣິກາ’’. ນີ້ແມ່ນການເຄື່ອນໄຫວທີ່ນອນຢູ່ໃນກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ສະຫະລັດອາເມຣິກາ (1995-2025). ລາຍການພົບປະແລກປຽນມິດຕະພາບ ຫວຽດນາມ-ສະຫະລັດອາເມຣິກາ ຢູ່ ນະຄອນຫຼວງຮ່າໂນ້ຍ ລ່ວມມີຫຼາຍກິດຈະກຳຄື: ພົບປະແລກສະແດງສີລະປະ, ກິລາ, ຫຼີ້ນເກມພື້ນເມືອງຂອງສອງປະເທດ; ບັນດາຮ້ານວາງສະແດງ ເຄື່ອງວັດຖະນະທຳ, ອາຫານຫວຽດນາມ, ອາຫານອາເມຣິກາ ແລະ ບັນດາຜົນສຳເລັດໃນສາຍພົວພັນການຕ່າງປະເທດ ຫວຽດນາມ-ສະຫະລັດອາເມຣິກາ; ນຳສະເໜີກ່ຽວກັບນະຄອນຫຼວງຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ສະມາຄົມຫວຽດນາມ - ອາເມຣິກາ, ຄະນະຜູ້ແທນການທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ, ກິດຈະກໍາຂອງບັນດາການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານ, ລັດວິສາຫະກິດ ຫວຽດນາມ-ສະຫະລັດອາເມລິກາ...ບັນດາກິດຈະກຳປະກອບສ່ວນເຊີດຊູພື້ນຖານວັດຖະນະທຳຫຼາກຫຼາຍສີສັນ ແລະ ສາຍພົວພັນລະຫວ່າງປະຊາຊົນ ຫວຽດນາມ-ສະຫະລັດອາເມລິກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.