ຂ່າວເດັ່ນ

ເສີມຂະຫຍາຍກຳລັງແຮງຂອງບັນດາອົງການສື່ມວນຊົນຫຼັກແຫຼ່ງ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່

ເສີມຂະຫຍາຍກຳລັງແຮງຂອງບັນດາອົງການສື່ມວນຊົນຫຼັກແຫຼ່ງ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່

(VOVWORLD) - ທ່ານ ຫງວຽນຈ້ອງເງັ້ຍ ໄດ້ຕີລາຄາສູງຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງບັນດາອົງການສື່ມວນຊົນ, ພິເສດແມ່ນອົງການສື່ມວນຊົນຫຼັກແຫຼ່ງໃນການນຳໜ້າ

(ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ໄດ້ມີການເຮັດວຽກກັບ 5 ອົງການສື່ມວນຊົນການເມືອງຫຼັກແຫຼ່ງ)

        ຕອນເຊົ້າວັນທີ 26 ມີນາ, ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ໄດ້ມີການເຮັດວຽກກັບ 5 ອົງການສື່ມວນຊົນການເມືອງຫຼັກແຫຼ່ງ, ລວມມີ: ໜັງສືພິມປະຊາຊົນ, ວາລະສານກອມມູນິດ, ສຳນັກຂ່າວສານ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ. ທີ່ການເຮັດວຽກ, ທ່ານ ຫງວຽນຈ້ອງເງັ້ຍ ໄດ້ຕີລາຄາສູງຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງບັນດາອົງການສື່ມວນຊົນ, ພິເສດແມ່ນອົງການສື່ມວນຊົນຫຼັກແຫຼ່ງໃນການນຳໜ້າ, ປະຕິບັດແຜນນະໂຍບາຍຂອງພັກ, ລັດ ໃນການສັບຊ້ອນກົງຈັກລັດໃຫ້ກະທັດລັດຢ່າງເຂັ້ມງວດໄລຍະສັ້ນໆ. ທ່ານໃຫ້ຮູ້ວ່າ:

        “ຕ້ອງເປັນແບບຢ່າງຜັນຂະຫຍາຍມະຕິເລກທີ 18 ຢ່າງເດັດດ່ຽວກວ່າ, ຄົບຊຸດກວ່າ, ມີປະສິດທິຜົນກວ່າ, ບໍ່ພຽງແຕ່ສ້າງກົງຈັກໃຫ້ກະທັດລັດເທົ່ານັ້ນ, ຫາກສຳຄັນທີ່ສຸດແມ່ນປະຕິບັດວຽກງານແນວຄິດ, ວຽກງານໂຄສະນາສື່ສານ - ກະທັດລັດໃຫ້ມີຄຸນນະພາບ, ມີປະສິດທິຜົນ ແຕ່ຍັງເສີມຂະຫຍາຍບົດບາດຂອງອົງການສື່ມວນຊົນຫຼັກແຫຼ່ງໄດ້”.

This site is protected by reCAPTCHA and the Google Privacy Policy and Terms of Service apply.