ຂ່າວເດັ່ນ

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

(VOVWORLD) - ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

(ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ)

        ເມື່ອແບ່ງປັນບັນດາຜົນງານພົ້ນເດັ່ນທີ່ບັນລຸໄດ້ໃນອາຍຸການຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ໃນອາຍຸການຜ່ານມາ, ທົ່ວປະເທດໄດ້ຜ່ານຜ່າສິ່ງທົດສອບດ້ວຍເຈດຈຳນົງ, ມານະຈິດ ແລະ ຄວາມສາມັກຄີ; ຮັກສາຄວາມສະຖຽນລະພາບເພື່ອພັດທະນາ. ໃນຂົງເຂດພົວພັນຕ່າງປະເທດ, ເລື່ອງຢືດໝັ້ນຕໍ່ແນວທາງເອກະລາດ, ເປັນເຈົ້າຕົນເອງ ໄດ້ຊ່ວຍໃຫ້ ຫວຽດນາມ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເປີດເຂດພັດທະນາໃໝ່, ຍົກສູງທີ່ຕັ້ງຂອງປະເທດຊາດ. ແບ່ງປັນກ່ຽວກັບຄວາມໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ທ່ານເນັ້ນໜັກວ່າ ນີ້ແມ່ນຈຸດເວລາ ຫວຽດນາມ ຕ້ອງເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ ເພື່ອສືບຕໍ່ກ້າວເດີນຢ່າງໝັ້ນຄົງ.

        ໃນສານທີ່ສົ່ງໃຫ້ປະຊາຊົນ ຫວຽດນາມ ແລະ ປະຊາຄົມສາກົນ ເນື່ອງໃນໂອກາດປີໃໝ່ 2026, ທ່ານເລຂາທິການໃຫຍ່ ໂຕເລິມ ອວບພອນໃຫ້ແຕ່ລະຄອບຄົວຈະຕ້ອນຮັບປີໃໝ່ດ້ວຍຄວາມສະງົບສຸກ.

        ສຳລັບເພື່ອນມິດສາກົນ ແລະ ປະຊາຄົມສາກົນ, ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ເຄົາລົບເຈດຕະນາດີ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື, ປາດຖະໜາຢາກພ້ອມກັບບັນດາປະເທດ, ອົງການຈັດຕັ້ງ ແລະ ປະຊາຊົນໃນໂລກ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.