ຂ່າວເດັ່ນ

ເຊີນ​ລາ ​ຈັດ​ພິ​ທີເລີ່ມ​ລົງ​ມືກໍ່​ສ້າງ​ກິດ​ຈະ​ກຳ​ກໍ່​ສ້າງ​ໂຮງ​ຮຽ​ນ​ສາ​ມັນ​ກິນນອນ​

ເຊີນ​ລາ ​ຈັດ​ພິ​ທີເລີ່ມ​ລົງ​ມືກໍ່​ສ້າງ​ກິດ​ຈະ​ກຳ​ກໍ່​ສ້າງ​ໂຮງ​ຮຽ​ນ​ສາ​ມັນ​ກິນນອນ​

(VOVWORLD) - ຕອນເຊົ້າວັນທີ 19 ສິງຫາ, ຢູ່ບ້ານ ກິມຈູງ 1, ຕາແສງ ພຽງຄວ່າຍ, ຄະນະກຳມະການ ປຊຊ ແຂວງ ເຊີນລາ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງກິດຈະກຳ ໂຮງຮຽນສາມັນກິນນອນປະຖົມ-ມັດທະຍົມຕອນຕົ້ນ ຕາແສງ ພຽງຄ່ວາຍ.

(ພາບ: VOV/ໄຕບັກ)

    ດ້ວຍຈຳນວນເງິນລົງທຶນທັງໝົດແມ່ນກວ່າ 8 ລ້ານໂດລະສະຫະລັດ, ໂຮງຮຽນໄດ້ຮັບການກໍ່ສ້າງໃນເນື້ອທີ່ 5 ເຮັກຕາ, ສາມາດຮັບນັກຮຽນໄດ້ກວ່າ 1.200 ຄົນ; ໂດຍໄດ້ປະຕິບັດໃນໄລຍະ 2025-2026 ຊື່ງປະກອບດ້ວຍຫຼາຍກິດຈະກຳຍ່ອຍທີ່ທັນສະໄໝ ສາມາດຕອບສະໜອງຄວາມຕ້ອງການໃນການສຶກສາ ບຳລຸງກໍ່ສ້າງໃນສັງກາດໃໝ່. ອາຈານ ຫງວຽນກວັກເກື່ອງ, ຜູ້ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ພຽງຄ່ວາຍ ໃຫ້ຮູ້ວ່າ:

  ເມື່ອໂຮງຮຽນແຫ່ງນີ້ໄດ້ຮັບການກໍ່ສ້າງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວ, ສະພາບແວດລ້ອມແຫ່ງການຮ່ຳຮຽນຂອງພວກນ້ອງຈະຄົບຖ້ວນກ່ວາ. ພວກນ້ອງນັກຮຽນໄດ້ກິນ, ໄດ້ຢູ່ໃນໂຮງຮຽນ ແລະ ຄູອາຈານກໍ່ຈະມີຄວາມສະດວກໃນການເບິ່ງແຍງດູແລພວກນ້ອງກວ່າອີກ, ປະກອບສ່ວນຊ່ວຍພໍ່ແມ່ນັກຮຽນໃນການເບິ່ງແຍງດູແລພວກນ້ອງ; ການໄປມາຂອງພວກນ້ອງກໍ່ສະດວກສະບາຍກ່ວາ. ພວກນ້ອງມາຢູ່ທີ່ນີ້ຈະມີເງື່ອນໄຂກິນຢູ່, ດຳເນີນຊີວິດ, ເຂົ້າຮ່ວມການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມຢ່າງຄົບຄ້ວນ ແລະ ຈະສາມາດພັດທະນາຮອບດ້ານກ່ວາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.