ຂ່າວເດັ່ນ

ເຊື່ອມຈອດຂົວມິດຕະພາບລາວ-ໄທແຫ່ງທີ 5

ເຊື່ອມຈອດຂົວມິດຕະພາບລາວ-ໄທແຫ່ງທີ 5

(VOVWORLD) -ວັນທີ 6 ມິຖຸນາ, ລາວ ແລະ ໄທ ໄດ້ຈັດພິທີເທເບຕົງເຊື່ອມຕໍ່ຂົວມິດຕະພາບແຫ່ງທີ 5 ຂ້າມແມ່ນ້ຳຂອງ ທີ່ເຊື່ອມຕໍ່ແຂວງບໍລິຄຳໄຊ, ພາກກາງຂອງລາວ ແລະ ແຂວງບຶງການ, ປະເທດໄທ

ລາວ ແລະ ໄທ ໄດ້ຈັດພິທີເທເບຕົງເຊື່ອມຕໍ່ຂົວມິດຕະພາບແຫ່ງທີ 5 ຂ້າມແມ່ນ້ຳຂອງ 

     ການກໍ່ສ້າງຂົວແຫ່ງທີ 5 ນີ້ໄດ້ເລີ່ມຕົ້ນໃນປີ 2020 ດ້ວຍຄວາມຍາວຫຼາຍກວ່າ 1,3 ກິໂລແມັດ. ຂົວຂ້າມແມ່ນໍ້າຂອງ ຝັ່ງລາວ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ຫ່າງຈາກ ດ່ານສາກົນ ເກົ່າແຈວ ແຂວງ ຮ່າຕິ້ງ ປະເທດ ສສ ຫວຽດນາມ ປະມານ 220 ກິໂລແມັດ. ພາຍຫຼັງເປີດນຳໃຊ້ໃນທ້າຍປີນີ້, ຈະເປັນເສັ້ນທາງສັ້ນທີ່ສຸດຈາກໄທມາຫວຽດນາມ, ເປັນການອຳນວຍຄວາມສະດວກໃຫ້ແກ່ການສັນຈອນໄປມາຂອງປະຊາຊົນ, ການຂົນສົ່ງສິນຄ້າ ແລະ ການບໍລິການ, ການຄ້າຂ້າມຊາຍແດນລະຫວ່າງ 3 ປະເທດໄທ, ລາວ ແລະ ຫວຽດນາມ.

     ປັດຈຸບັນ ລາວ ແລະ ໄທ ມີຂົວມິດຕະພາບ 4 ແຫ່ງ ຂ້າມແມ່ນ້ຳຂອງ, ໃນນັ້ນ ຂົວມິດຕະພາບ ແຫ່ງທຳອິດ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງໜອງຄາຍ ພາກອີ່ສານ ຂອງໄທ ຊຶ່ງໄດ້ຮັບຖືວ່າເປັນເສັ້ນທາງ ທີ່ມີຄວາມຟົດຟື້ນທີ່ສຸດ. ສອງປະເທດຍັງມີແຜນຈະກໍ່ສ້າງຂົວຂ້າມແມ່ນ້ຳຂອງອີກແຫ່ງໜຶ່ງຢູ່ພາກໃຕ້ຂອງລາວ, ເຊື່ອມຕໍ່ແຂວງສາລະວັນຂອງລາວກັບແຂວງອຸບົນຣາຊະທານີຂອງໄທ.

ການກໍ່ສ້າງຂົວຂ້າມແມ່ນໍ້າຂອງບໍ່ພຽງແຕ່ເຊື່ອມຕໍ່ເສດຖະກິດຂອງສອງປະເທດ ລາວ-ໄທ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດສະມາຊິກອາຊຽນອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.