ຂ່າວເດັ່ນ

“ເສື້ອຍາວ ຫວຽດນາມ - ຫວຽດນາມ ບືນຕົວຂຶ້ນສູງ”

“ເສື້ອຍາວ ຫວຽດນາມ - ຫວຽດນາມ ບືນຕົວຂຶ້ນສູງ”

(VOVWORLD) - ງານບຸນໄດ້ສຸມໃສ່ລາຍການສະແດງເສື້ອຍາວ ດ້ວຍການເຂົ້າຮ່ວມໂດຍກົງຂອງປະມານ 3.000 ຄົນ ຢູ່ຖະໜົນຍ່າງ ຫງວຽນເຫ້ວ ແລະ ກວ່າ 50.000 ຄົນຢູ່ບັນດາສະຖານທີ່ຢູ່ 21 ເມືອງ, ນະຄອນ ທູດຶກ.

ງານບຸນປີນີ້ໄດ້ມີການເຂົ້າຮ່ວມຂອງຜູ້ອອກແບບເສື້ອຍາວ 53 ຄົນທີ່ມາຈາກຫຼາຍທ້ອງຖິ່ນ
(ພາບປະກອບ: nhandan.vn)

        “ເສື້ອຍາວ ຫວຽດນາມ - ຫວຽດນາມ ບືນຕົວຂຶ້ນ” ແມ່ນຫົວຂໍ້ຂອງງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງທີ 11 ປີ 2025 ທີ່ຈະຈັດຂຶ້ນແຕ່ວັນທີ 01 – 09 ມີນາ, ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຢູ່ຫຼາຍສະຖານທີ່ທ່ອງທ່ຽວ, ກິດຈະກຳຂອງນະຄອນ…

        ງານບຸນໄດ້ສຸມໃສ່ລາຍການສະແດງເສື້ອຍາວ ດ້ວຍການເຂົ້າຮ່ວມໂດຍກົງຂອງປະມານ 3.000 ຄົນ ຢູ່ຖະໜົນຍ່າງ ຫງວຽນເຫ້ວ ແລະ ກວ່າ 50.000 ຄົນຢູ່ບັນດາສະຖານທີ່ຢູ່ 21 ເມືອງ, ນະຄອນ ທູດຶກ. ລາຍການສະແດງສິລະປະເສື້ອຍາວ ບໍ່ພຽງແຕ່ແມ່ນການສະແດງສິລະປະເທົ່ານັ້ນ, ຫາກຍັງປະກອບສ່ວນກຳນົດທ່າອ່ຽງໃໝ່ກ່ຽວກັບການນຸ່ງຊຸດເສື້ອຍາວໃນການດຳເນີນຊີວິດປະຈຳວັນຂອງປະຊາຊົນນະຄອນອີກດ້ວຍ.

        ງານບຸນຍັງມີການເຂົ້າຮ່ວມດ້ວຍບົດບາດເປັນທູດຕາງໜ້າຂອງແຂກຖືກເຊີນ, ຜູ້ມີຊື່ສຽງໃນຫຼາຍຂົງເຂດທີ່ແຕກຕ່າງກັນກວ່າ 30 ຄົນ. ງານບຸນປີນີ້ໄດ້ມີການເຂົ້າຮ່ວມຂອງຜູ້ອອກແບບເສື້ອຍາວ 53 ຄົນທີ່ມາຈາກຫຼາຍທ້ອງຖິ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.