ຂ່າວເດັ່ນ

EU ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ຮຽກ​ຮ້ອງ​ລະ​ດັບ​ສະ​ສົມ​ອາຍ​ແກັດ

EU ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ຮຽກ​ຮ້ອງ​ລະ​ດັບ​ສະ​ສົມ​ອາຍ​ແກັດ

(VOVWORLD) - ຕາມແຈ້ງການຂອງສະພາ EU - ເຊິ່ງເປັນອົງການຕາງໜ້າໃຫ້ແກ່ລັດຖະບານ 27 ປະເທດສະມາຊິກແລ້ວ, ຂໍ້ຕົກລົງໃນເບື້ອງຕົ້ນ ຈະແກ່ຍາວຜົນສັກສິດຂອງຂໍ້ກຳນົດເຫຼົ່ານັ້ນຮອດທ້າຍປີ 2027.

ເຂດສະສົມອາຍແກັດທຳມະຊາດ ຢູ່ Zsana, ຮຸງກາຣີ  (ພາບ: THX/TTXVN)

ວັນທີ 24 ມິຖຸນາ, ລັດຖະສະພາ ເອີຣົບ ແລະ ບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU) ບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາຂໍ້ກຳນົດຮຽກຮ້ອງບັນດາປະເທດສະມາຊິກຮັກສາສາງສະສົມອາຍແກັດໃຫ້ຢູ່ໃນລະດັບ 90% ກ່ອນຈະຮອດລະດູໜາວ. ມາດຕະການນີ້ ໄດ້ຍົກອອກມາ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງຂາດແຄນແຫຼ່ງພະລັງງານພາຍຫຼັງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ.

        ຕາມແຈ້ງການຂອງສະພາ EU - ເຊິ່ງເປັນອົງການຕາງໜ້າໃຫ້ແກ່ລັດຖະບານ 27 ປະເທດສະມາຊິກແລ້ວ,  ຂໍ້ຕົກລົງໃນເບື້ອງຕົ້ນ ຈະແກ່ຍາວຜົນສັກສິດຂອງຂໍ້ກຳນົດເຫຼົ່ານັ້ນຮອດທ້າຍປີ 2027.

        ຕາມຄະນະກຳມະການເອີຣົບ, ບັນດາສາງສະສົມອາຍແກັດໃນປັດຈຸບັນ ພຽງແຕ່ຕອບສະໜອງໄດ້ປະມານ 30% ລະດັບການຈຳໜ່າຍອາຍແກັດຂອງກຸ່ມໃນລະດູໜາວເທົ່ານັ້ນ.



This site is protected by reCAPTCHA and the Google Privacy Policy and Terms of Service apply.