ຂ່າວເດັ່ນ

EU ຈັດ​ວາງ​ການ​ລົງ​ໂທດ​ຮອບ​ທີ 16 ສຳ​ລັບ ລັດ​ເຊຍ

EU ຈັດ​ວາງ​ການ​ລົງ​ໂທດ​ຮອບ​ທີ 16 ສຳ​ລັບ ລັດ​ເຊຍ

(VOVWORLD) - ບັນດາປະເທດ EU ໄດ້ເຫັນດີກ່ຽວກັບການລົງໂທດຮອບໃໝ່ສຳລັບ ລັດເຊຍ ເມື່ອກຸ່ມນີ້ຊອກຫາວິທີຮັກສາກຳລັງກົດດັນຕໍ່ບັນດາການເຈລະຈາຂັ້ນສູງຂອງ ອາເມລິກາ ແລະ ລັດເຊຍ.

ສຳນັກງານຂອງຄະນະກຳມະການເອີຣົບ (ພາບ: TTXVN) 

ວັນທີ 19 ກຸມພາ, ທ່ານນາງ Ursula Von der Leyen ປະທານຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ ສະຫະພາບເອີຣົບ (EU) ຈະຈັດວາງຄຳສັ່ງເກືອດຫ້າມສະບັບໃໝ່ສຳລັບບັນດາການເຄື່ອນໄຫວນຳເຂົ້າ - ສົ່ງອອກຂອງ ລັດເຊຍ. ວົງການນັກການທູດຂອງເອີຣົບ ໃຫ້ຮູ້ວ່າ ບັນດາປະເທດ EU ໄດ້ເຫັນດີກ່ຽວກັບການລົງໂທດຮອບໃໝ່ສຳລັບ ລັດເຊຍ ເມື່ອກຸ່ມນີ້ຊອກຫາວິທີຮັກສາກຳລັງກົດດັນຕໍ່ບັນດາການເຈລະຈາຂັ້ນສູງຂອງ ອາເມລິກາ ແລະ ລັດເຊຍ.

        ບັນດາທ່ານລັດຖະມນົຕີການຕ່າງປະເທດ EU ບ້ວງການລົງໂທດຮອບໃນວົງກວ້າງ, ລວມທັງການຫ້າມນຳເຂົ້າ ອາລູມີນຽມ ຂອງ ລັດເຊຍ, ຮັບການຮັບຮອງເອົາຢ່າງເປັນທາງການໃນວັນທີ 24 ກຸມພາ ຈະມາເຖິງ,  ເຊິ່ງກົງກັບຄົບຮອບ 3 ປີທີ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. EU ກໍຈະຢຸດຕິການເຊື່ອມຕໍ່ກັບທະນາຄານ ລັດເຊຍ ຕື່ມອີກ 13 ແຫ່ງ ໃນລະບົບຊຳລະທົ່ວໂລກ SWIFT ແລະ ຫ້າມຕື່ມອີກ 8 ອົງການສື່ມວນຊົນ ລັດເຊຍ ອອກອາກາດຢູ່ ເອີຣົບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.