ຂ່າວເດັ່ນ

EU ແລະ GCC ຮຽກ​ຮ້ອງ​ໃຫ້ດຳ​ເນີນ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂວິ​ກິດ​ການ

EU ແລະ GCC ຮຽກ​ຮ້ອງ​ໃຫ້ດຳ​ເນີນ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂວິ​ກິດ​ການ

(VOVWORLD) - ສະຫະພາບເອີຣົບ (EU) ແລະ ສະພາຮ່ວມມືເຂດອ່າວ (GCC) ຮຽກຮ້ອງໃຫ້ຊຸກຍູ້ການເຈລະຈາ ແລະ ບັນດາຄວາມມານະພະຍາຍາມທາງການທູດ ແນໃສ່ແກ້ໄຂວິກິດການທີ່ພວມເພີ່ມຂຶ້ນຢູ່ຕາເວັນອອກກາງ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສະຖຽນລະພາບຢູ່ພາກພື້ນ.

ກອງທັບ ອິດສະຣາແອັນ ບຸກໂຈມຕີເຂົ້າບັນດາເປົ້າໝາຍຂອງ ເຮັກໂບລາ ຢູ່ເຂດຊານເມືອງທາງທິດໃຕ້ Beirut ຂອງ ລີບັງ ໃນວັນທີ 5/3/2026 (ພາບ: REUTERS/Stringer)

ຖະແຫຼງການຮ່ວມດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມວິສາມັນ ທີ່ດຳເນີນໃນວັນທີ 05 ມີນາ, ລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ EU ແລະ GCC ຢູ່ ບຣຸກແຊນ, ປະເທດ ແບນຊິກ. ສອງຝ່າຍກໍຮຽກຮ້ອງໃຫ້ປົກປ້ອງສາມັນຊົນ ແລະ ເຄົາລົບກົດໝາຍສາກົນ ກໍຄື ກົດໝາຍວ່າດ້ວຍມະນຸດສະທຳສາກົນທັງໝົດ ທີ່ສອດຄ່ອງກັບບັນດາຫຼັກການຂອງກົດບັດ ສປຊ.

        ຖະແຫຼງການກໍຢັ້ງຢືນຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກ GCC ວ່າ ເຂດແດນດິນຂອງເຂົາເຈົ້າຈະບໍ່ຖືກນຳໃຊ້ເພື່ອເປັນແປ້ນຢັນດຳເນີນບັນດາບັ້ນບຸກໂຈມຕີເລັ່ງໃສ່ ອີຣານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.