ຂ່າວເດັ່ນ

EU ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ ກັບບັນ​ດາ​ປະ​ເທດ ຢູ່ Balkan ຕາ​ເວັນ​ຕົກ

EU ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ ກັບບັນ​ດາ​ປະ​ເທດ ຢູ່ Balkan ຕາ​ເວັນ​ຕົກ

(VOVWORLD) - EU ຢັ້ງຢືນ ຄຳໝັ້ນສັນຍາ ຄືນໃໝ່ຢ່າງຄົບຖວ້ນ ແລະ ຈະແຈ້ງຕໍ່ອະນາຄົດຂອງການເຂົ້າເປັນສະມາຊິກ EU ສຳລັບບັນດາປະເທດຄູ່ຮ່ວມມືຢູ່ Balkan ຕາເວັນຕົກ.

ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ:  REUTERS/Yves Herman)

ວັນທີ 17 ທັນວາ, ການນຳສະຫະພາບເອີລົບ (EU) ແລະ ບັນດາປະເທດ ຢູ່ Balkan ຕາເວັນຕົກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຢູ່ນະຄອນ ບຣຸກແຊນ, ປະເທດແບນຊິກ. ກອງປະຊຸມໂດຍທ່ານ Antonio Costa ປະທານສະພາເອີລົບ  ເປັນປະທານ, ດ້ວຍການເຂົ້າຮ່ວມຂອງທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC)  ພ້ອມກັບທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ແລະ ການນຳຂອງ 5 ປະເທດ Balkan ຕາເວັນຕົກ. ຢູ່ກອງປະຊຸມ, EU ຢັ້ງຢືນ ຄຳໝັ້ນສັນຍາ ຄືນໃໝ່ຢ່າງຄົບຖວ້ນ ແລະ ຈະແຈ້ງຕໍ່ອະນາຄົດຂອງການເຂົ້າເປັນສະມາຊິກ EU ສຳລັບບັນດາປະເທດຄູ່ຮ່ວມມືຢູ່  Balkan ຕາເວັນຕົກ. EU ກໍ່ຢັ້ງຢືນຈະສືບຕໍ່ນຳບັນດາຄູ່ຮ່ວມມື Balkan ຕາເວັນຕົກ ຫຍັບເຂົ້າໃກ້ກັບ ສະຫະພາບ ຜ່ານວິວັດການເຊື່ອມໂຍງເທື່ອລະກ້າວໃນຫຼາຍຂົງເຂດນະໂຍບາຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.