ຂ່າວເດັ່ນ

EU ເປີດ​ເຜີຍ​ຍຸດ​ທະ​ສາດ​ກັກ​ຕຸນ​ເພື່ອ​ກະ​ກຽມ​ໃຫ້​ແກ່​ວິ​ກິດ​ການ

EU ເປີດ​ເຜີຍ​ຍຸດ​ທະ​ສາດ​ກັກ​ຕຸນ​ເພື່ອ​ກະ​ກຽມ​ໃຫ້​ແກ່​ວິ​ກິດ​ການ

(VOVWORLD) - ວັນທີ 09 ກໍລະກົດ, ສະຫະພາບເອີຣົບ ໄດ້ປະກາດແຜນການແບບບໍ່ເຄີຍມີມາກ່ອນກ່ຽວກັບການກັກຕຸນເຄື່ອງຂອງທີ່ຈຳເປັນຈຳນວນໜຶ່ງເຊັ່ນ: ສະບຽງອາຫານ, ນ້ຳດື່ມ, ເຊື້ອເພີງ ແລະ ຢຸກຢາໃນກໍລະນີເກີດວິກິດການ.

ທຸງສະຫະພາບເອີຣົບຢູ່ຄະນະກຳມະການເອີຣົບ ທີ່ ບຣຸກແຊນ, ແບນຊິກ (ພາບ: REUTERS/Yves Herman)

EU ໃຫ້ຮູ້ວ່າ ແຜນການກັກຕຸນດັ່ງກ່າວ ແມ່ນເພື່ອແນໃສ່ຮັບປະກັນລັກສະນະຕໍ່ເນື່ອງຂອງບັນດາປະເພດເຄື່ອງຂອງຫຼັກແຫຼ່ງ ເມື່ອເກີດວິກິດການເຊັ່ນ ໄຟດັບໃນວົງກວ້າງ, ໄພພິບັດທຳມະຊາດ, ການປະທະກັນ ຫຼື ໂລກລະບາດ. ແຜນການດັ່ງກ່າວລວມມີການສ້າງເຄືອຂ່າຍລະຫວ່າງບັນດາປະເທດ ເພື່ອແນໃສ່ປະສານສົມທົບບັນດາສາງກັກຕຸນໄດ້ເປັນຢ່າງດີກວ່າ ຜ່ານນັ້ນ ກໍເພີ່ມທະວີກຳລັງຄວາມສາມາດໃນການເກັບກັກຕຸນໃນລະດັບທົ່ວ ເອີຣົບ.

        ກ່ອນໜ້ານັ້ນ, ເມື່ອເດືອນມີນາ, ອີຢູ ໄດ້ແຈ້ງເຕືອນວ່າ  ແຕ່ລະຄອບຄົວຄວນມີ “ກ່ອງຄົງຊີບ” ພຽງພໍໃນເວລາ 3 ວັນ, ລວມມີ, ນ້ຳ, ສະບຽງອາຫານ ແລະ ໄຟສາຍ ເພື່ອນຳໃຊ້ໃນກໍລະນີສຸກເສີນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.