ຂ່າວເດັ່ນ

EU ເປີດ​ຕົວ “Schengen ການ​ທະ​ຫານ” ຫຼຸດ​ຜ່ອນ​​ ​ລະ​ບຽບ​ການ​ຍົ​ກ​ທັບ​ໃນ​ກຸ່ມ ລົງ

EU ເປີດ​ຕົວ “Schengen ການ​ທະ​ຫານ” ຫຼຸດ​ຜ່ອນ​​ ​ລະ​ບຽບ​ການ​ຍົ​ກ​ທັບ​ໃນ​ກຸ່ມ ລົງ

(VOVWORLD) - ຕາມຂໍ້ສະເໜີແລ້ວ, ບັນດາປະເທດສະມາຊິກມີພຽງແຕ່ 3 ວັນເພື່ອ ອອກໃບອະນຸຍາດຜ່ານແດນໃນໄລຍະສັນຕິພາບ ແລະ 6 ເວລາໃນກໍລະນີສຸກເສີນ, ຫຼຸດເວລາລົງຫຼາຍພໍສົມຄວນ ເມື່ອທຽບໃສ່ກັບສະພາບການປັດຈຸບັນ ເຊິ່ງການເດີນທາງຂ້າມຊາຍແດນອາດຈະແກ່ຍາວເວລາເປັນເດືອນ.

ພາບປະກອບ: REUTERS

ວັນທີ 19 ພະຈິກ, ຄະນະກຳມະການເອີລົບ (EC) ໄດ້ປະກາດຂໍ້ລິເລີ່ມ “Schengen ການທະຫານ” ເພື່ອແນໃສ່ປັບປຸງຢ່າງເຖິງຖອງດ້ານ ຄວາມໄວໃນການເດີນທາງຂອງນັກຮົບ ແລະ ວັດຖຸອຸປະກອນການທະຫານຜ່ານເຂດຊາຍແດນຂອງບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU). ຕາມຂໍ້ສະເໜີແລ້ວ, ບັນດາປະເທດສະມາຊິກມີພຽງແຕ່ 3 ວັນເພື່ອ ອອກໃບອະນຸຍາດຜ່ານແດນໃນໄລຍະສັນຕິພາບ ແລະ 6 ເວລາໃນກໍລະນີສຸກເສີນ, ຫຼຸດເວລາລົງຫຼາຍພໍສົມຄວນ ເມື່ອທຽບໃສ່ກັບສະພາບການປັດຈຸບັນ ເຊິ່ງການເດີນທາງຂ້າມຊາຍແດນອາດຈະແກ່ຍາວເວລາເປັນເດືອນ. ແຜນການນີ້, ແມ່ນສ່ວນໜຶ່ງຂອງບ້ວງ Military Mobility ເຊິ່ງຈະສະເໜີໃນອາທິດນີ້ ແລະ ແມ່ນບາດກ້າວເດີນໃໝ່ສຸດໃນຄວາມມານະພະຍາຍາມ ຍົກສູງຄວາມສາມາດໃນການປ້ອງກັນຊາດຂອງ EU ໃນທົດສະວັດນີ້. ຂໍ້ລິເລີ່ມຍັງລວມມີລະບົບປະຕິກິລະຍາໄວລະດັບເອີລົບ, ວາດພາບຈຳລອງຕາມກົນໄກປົກປ້ອງພົນລະເຮືອນ EU. ບັນດາປະເທດສະມາຊິກຈະປະກອບສ່ວນບັນດາພາຫະນະຂົນສົ່ງຄື ຕູ້ລົດໄຟ, ເຮືອບັກ ແລະ ເຮືອບິນຍຸດທະສາດຜ່ານກອງທຶນສາມັກຄີເຄື່ອນທີ່ການທະຫານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.