ຂ່າວເດັ່ນ

EU ປະ​ກາດ​ແຜນ​ການ​ກະ​ທຳເພື່ອ​ທະ​ວີບ AI

EU ປະ​ກາດ​ແຜນ​ການ​ກະ​ທຳເພື່ອ​ທະ​ວີບ AI

(VOVWORLD) - ວັນທີ 9 ເມສາ, ຄະນະກຳມະການເອີຣົບ (EC) ໄດ້ປະກາດແຜນການກະທຳເພື່ອ “ທະວີບປັນຍາປະດິດ” (AI) ເພື່ອແນໃສ່ນຳສະຫະພາບເອີຣົບ (EU) ກາຍເປັນທະວີບນຳໜ້າທົ່ວໂລກກ່ຽວກັບ AI.

ແຜນການດັ່ງກ່າວ ໂດຍທ່ານນາງ Usula von der Leyen ປະທານ ຄະນະກຳມະການເອີຣົບ ແນະນໍາໃນກອງປະຊຸມສຸດຍອດການກະທຳປັນຍາປະດິດ (AI) ໃນເດືອນ ກຸມພາ 2025 ຢູ່ນະຄອນຫຼວງ ປາຣີ, ຝລັ່ງ ເພື່ອຫັນປ່ຽນບັນດາຂະແໜງການອຸດສາຫະກຳທີ່ເປັນມູນເຊື້ອຂອງ ເອີຣົບ ກາຍເປັນກຳລັງໜູນແກ່ການປ່ຽນແປງໃໝ່ ແລະ ເພີ່ມລະດັບຄວາມໄວຂອງ AI  ຢ່າງແຮງ.

        ຕາມທ່ານປະທານ  EC ແລ້ວ, ການແຂ່ງຂັນຍາດທີ່ຕັ້ງນຳໜ້າໃນຂົງເຂດ  AI ຍັງດຳເນີນຢ່າງແຮງ. ແຜນການກະທຳຈະຊຸກຍູ້ຄວາມສາມາດປ່ຽນແປງໃໝ່ AI ຂອງ EU ຜ່ານບັນດາເສົາຄ້ຳຫຼັກ, ຄື: ການສ້າງພື້ນຖານໂຄງລ່າງຖານຂໍ້ມູນຂ່າວສານ ແລະ cloud computing AI ທີ່ມີຂອບຂະໜາດໃຫຍ່; ເພີ່ມທະວີຄວາມສາມາດສຳຜັດກັບແຫຼ່ງຂໍ້ມູນມະຫາສານ ແລະ ມີຄຸນນະພາບສູງ; ພັດທະນາບັນດາຫຼັກສູດ ແລະ ຊຸກຍູ້ການໝູນໃຊ້ AI ເຂົ້າໃນບັນດາຂົງເຂດຍຸດທະສາດຂອງ EU.

ຍືຮວາ, ນັກຂ່າວ VOV ປະຈຳ ເຊັກໂກ

This site is protected by reCAPTCHA and the Google Privacy Policy and Terms of Service apply.