ຂ່າວເດັ່ນ

EU ພ້ອມ​ແລ້ວ​ທີ່​ຈະ​ໂຕ້​ຕອບ ອາ​ເມ​ລິ​ກາ ດ້ວຍບ້ວງ​ມາດ​ຕະ​ການ​ທີ່​ມີ​ມູນ​ຄ່າ 109 ຕື້ USD

EU ພ້ອມ​ແລ້ວ​ທີ່​ຈະ​ໂຕ້​ຕອບ ອາ​ເມ​ລິ​ກາ ດ້ວຍບ້ວງ​ມາດ​ຕະ​ການ​ທີ່​ມີ​ມູນ​ຄ່າ 109 ຕື້ USD

(VOVWORLD) - ການກະທຳໃໝ່ຂອງ EU ລວມມີ ການຈັດວາງພາສີບ້ວງໃໝ່ເລັ່ງໃສ່ສິນຄ້າ ອາເມລິກາ ທີ່ມີມູນຄ່າ 21 ຕື້ ເອີໂຣ (24,7 ຕື້ USD) ໄດ້ຮັບຮອງເອົາກ່ອນນັ້ນ ແລະ ການຈັດວາງພາສີບ້ວງໃໝ່ທີ່ຫາກໍ່ໄດ້ຮັບຮອງເອົາຫວ່າງແລ້ວນີ້, ທີ່ມີມູນຄ່າ 72 ຕື້ ເອີໂຣ (ປະມານ 84,5 ຕື້ USD).

ພາບປະກອບ: REUTERS/Dado Ruvic

ຜູ້ຕາງໜ້າ 26 ປະເທດສະຫະພາບ ເອີລົບ (EU), ບໍ່ລວມ ຮຸງກາຣີ ໃນວັນທີ 24 ກໍລະກົດ ໄດ້ຮັບຮອງເອົາການຈັດວາງພາສີໃສ່ສິນຄ້າປະເພດຕ່າງໆຂອງ ອາເມລິກາ ທີ່ມີມູນຄ່າ 93 ຕື້ ເອີໂຣ, ປະມານ 109 ຕື້ USD, ນັບແຕ່ວັນທີ 7 ສິງຫາ ຖ້າບັນດາການເຈລະຈາດ້ານພສີອາກອນບໍ່ບັນລຸໄດ້ຄວາມຄືບໜ້າ. ການກະທຳໃໝ່ຂອງ EU ລວມມີ ການຈັດວາງພາສີບ້ວງໃໝ່ເລັ່ງໃສ່ສິນຄ້າ ອາເມລິກາ ທີ່ມີມູນຄ່າ 21 ຕື້ ເອີໂຣ (24,7 ຕື້ USD) ໄດ້ຮັບຮອງເອົາກ່ອນນັ້ນ ແລະ ການຈັດວາງພາສີບ້ວງໃໝ່ທີ່ຫາກໍ່ໄດ້ຮັບຮອງເອົາຫວ່າງແລ້ວນີ້, ທີ່ມີມູນຄ່າ 72 ຕື້ ເອີໂຣ (ປະມານ 84,5 ຕື້ USD) ເລັ່ງໃສ່ຜະລິດຕະພັນສົ່ງອອກຕົ້ນຕໍຂອງອາເມລິກາ ໄປຍັງເອີລົບ ຄື: ໝາກຖົ່ວເຫຼືອງ, ເຮືອບິນ ແລະ ລົດໂອໂຕ.

This site is protected by reCAPTCHA and the Google Privacy Policy and Terms of Service apply.