ຂ່າວເດັ່ນ

EU ສະ​ເໜີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັ​ບ​ລະ​ບົບ​ປ້ອງ​ກັນ UAV

EU ສະ​ເໜີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັ​ບ​ລະ​ບົບ​ປ້ອງ​ກັນ UAV

(VOVWORLD) - ຄະນະກຳມະການ ເອີລົບ (EC) ຈະຍື່ນສະເໜີຂໍ້ລິເລີ່ມໃໝ່ກ່ຽວກັບລະບົບປ້ອງກັນຕ້ານອຸປະກອນບິນບໍ່ມີຄົນຂັບ (UAV) ໃນວັນທີ 16 ຕຸລາ ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງ ຢູ່ທາງທິດຕາເວັນອອກຂອງກຸ່ມ.

ສຳນັກງານຄະນະກຳມະການ ເອີລົບ EC ຢູ່ Brussels, ແບນຊິກ (ພາບ: THX/TTXVN)

ຂໍ້ລິເລີ່ມນີ້ຈະໄດ້ນຳເຂົ້ານະໂຍບາຍດ້ານປ້ອງກັນຊາດຂອງສະຫະພາບ ເອີລົບ (EU), ມຸ່ງໄປເຖິງບາດກ້າວທຳອິດໃນການຜັນຂະຫຍາຍລະບົບປ້ອງກັນ UAV ນັບແຕ່ທ້າຍປີ 2026 ແລະ ປັບປຸງທົ່ວລະບົບໃຫ້ສຳເລັດໃນທ້າຍປີ 2027. ລະບົບນີ້ລວມມີບັນດາອຸປະກອນຄົ້ນພົບ, ກ່າວເຕືອນ ແລະ ສະກັດກັ້ນການແຊກເຂົ້າຊາຍແດນຂອງ UAV, ປະກອບສ່ວນຮັບປະກັນຄວາມໝັ້ນຄົງທາງອາກາດ ແລະ ໜູນຊ່ວຍບັນດາປະເທດສະມາຊິກໃນການສົມທົບກັນປ້ອງກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.