ຂ່າວເດັ່ນ

EU ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຂົ້າ​ຮ່ວມ​ກຸ່ມ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ຈຸດ​ສຸມ

EU ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຂົ້າ​ຮ່ວມ​ກຸ່ມ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ຈຸດ​ສຸມ

(VOVWORLD) - ວັນທີ 4 ພະຈິກ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາ ແຜນການເປີດກວ້າງສະຫະພາບເອີຣົບ (EU) ປີ 2025. ນີ້ໄດ້ຮັບຖືວ່າແມ່ນການຕີລາຄາຢ່າງຮອບດ້ານໃນຮອບເວລາ 12 ເດືອນຜ່ານມາ. ບົດລາຍງານປີນີ້ ຢັ້ງຢືນວ່າ ວິວັດທະນາການເປີດກວ້າງສືບຕໍ່ແມ່ນບຸລິມະສິດແຖວໜ້າໃນໂຄງການດຳເນີນງານຂອງສະຫະພາບເອີຣົບ.

(ພາບປະກອບ: REUTERS)

ຕາມ EC ແລ້ວ, ເລື່ອງເປີດກວ້າງສະຫະພາບ ບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດໃນການປັບປຸງທີ່ຕັ້ງຂອງ ເອີຣົບ ໃນເວທີສາກົນ ອີກດ້ວຍ. ຄະນະກຳມະການເນັ້ນໜັກວ່າ ຄວາມຢຶດໝັ້ນ ແລະ ວິທີການສຳຜັດອີງໃສ່ຜົນງານອັນແທດຈິງຂອງແຕ່ລະຄູ່ຮ່ວມມືນັ້ນ ຈະແມ່ນປັດໄຈແກ່ນສານເພື່ອຮັບປະກັນໃຫ້ແກ່ວິວັດທະນາການເຂົ້າຮ່ວມກຸ່ມຢ່າງສຳເລັດຜົນ ແລະ ຍືນຍົງ. ປັດຈຸບັນ, ມີປະເທດ Montenegro, Albania, Ukraine (ຢູແກຼນ), Cộng hòa Moldova (ສ.ໂມນໂດວາ), Serbia, North Macedonia (ມາເຊດວນ ເໜືອ), Bosnia & Herzegovina (ບົດສນີ ແຮກເຊໂກວີນາ), Kosovo, ຕວັກກີ ແລະ Gruzia ໄດ້ຮັບຖືວ່າແມ່ນບັນດາຄູ່ຮ່ວມມືຈຸດສຸມ ພວມຫຍັບມໍ່ເຂົ້າໃກ້ກັບ EU ເທື່ອລະກ້າວ.

ທ່ານນາງ Ursula von der Leyen ປະທານ EC ຢັ້ງຢືນວ່າ EU ຕັດສິນໃຈຫັນວິວັດທະນາການເປີດກວ້າງສະຫະພາບໃຫ້ປະກົດຜົນເປັນຈິງ, ຖືນີ້ແມ່ນບາດກ້າວທີ່ຈຳເປັນເພື່ອສ້າງເອີຣົບ ເຂັ້ມແຂງກວ່າ ແລະ ມີຜົນກະທົບໃຫຍ່ກວ່າໃນເວທີສາກົກ.


This site is protected by reCAPTCHA and the Google Privacy Policy and Terms of Service apply.