ຂ່າວເດັ່ນ

ເວ​ເນ​ຊູ​ເອ​ລາ ປັບ​ປຸງ​ລັດ​ຖະ​ບານ ແລະ ກຳ​ນົດ​ການ​ເຈ​ລະ​ຈາ​ຂາຍ​ນ້ຳ​ມັນ​ດິບ ໃຫ້​ແກ່ ອາ​ເມ​ລິ​ກາ

ເວ​ເນ​ຊູ​ເອ​ລາ ປັບ​ປຸງ​ລັດ​ຖະ​ບານ ແລະ ກຳ​ນົດ​ການ​ເຈ​ລະ​ຈາ​ຂາຍ​ນ້ຳ​ມັນ​ດິບ ໃຫ້​ແກ່ ອາ​ເມ​ລິ​ກາ

(VOVWORLD) - ການປັບປຸງລັດຖະບານໄດ້ດຳເນີນພາຍຫຼັງ ອາເມລິກາ ດຳເນີນການບຸກໂຈມຕີ ແລະ ກັກຕົວທ່ານປະທານາທິບໍດີ Maduro ເພື່ອພາໄປຍັງອາເມລິກາ ພິພາກສາ.

ທ່ານ Calixto Ortega Sanchez (ພາບ: REUTERS)

ວັນທີ 6 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານນາງ Delcy Rodriguez ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາ ໄດ້ແຕ່ງຕັ້ງທ່ານ Calixto Ortega Sanchez, ອະດີດຜູ້ວ່າການທະນາຄານສູນກາງປະເທດນີ້ ດຳລົງຕຳແໜ່ງລັດຖະມົນຕີຮັບຜິດຊອບເສດຖະກິດ, ເຊິ່ງເປັນຂີດໝາຍແຫ່ງການປັບປຸງລັດຖະບານຄັ້ງທຳອິດນັບແຕ່ທ່ານນາງເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ. ທ່ານ Sanchez ການນຳທະນາຄານສູນກາງ ເວເນຊູເອລາ ໄລຍະ 2018 – 2025, ພ້ອມທັງມີບົດຮຽນປະສົບການ ໃນຂົງເຂດນ້ຳມັນອາຍແກັດ. ກ່ອນນັ້ນ, ທ່ານນາງ Rodriguez ກໍ່ເຄີຍດຳລົງຕຳແໜ່ງເສດຖະກິດນີ້ເມື່ອຄາວຍັງເປັນຮອງປະທານາທິບໍດີ ພາຍໃຕ້ລັດຖະບານສະໄໝຂອງທ່ານ ປະທານາທິບໍດີ Nicolas Maduro

ການປັບປຸງລັດຖະບານໄດ້ດຳເນີນພາຍຫຼັງ ອາເມລິກາ ດຳເນີນການບຸກໂຈມຕີ ແລະ ກັກຕົວທ່ານປະທານາທິບໍດີ Maduro ເພື່ອພາໄປຍັງອາເມລິກາ ພິພາກສາ. ກ່າວຄຳເຫັນໃນຊ່ອງໂທລະພາບແຫ່ງລັດ, ທ່ານນາງ Rodriguez ໃຫ້ຮູ້ວ່າ ລັດຖະບານວາງເປົ້າມາຍ ປັບປຸງບັນດາໝາກຜົນເສດຖະກິດທີ່ບັນລຸໄດ້, ພ້ອມທັງຄັດສະເໜີການຄາດຄະເນຂອງຄະນະກຳມະການເສດຖະກິດ ສປຊ ກ່ຽວກັບອາເມລິກາ ລາຕິນ ແລະ ກາຣີເບ (ECLAC) ໂດຍຖືວ່າ ການເຕີບໂຕເສດຖະກິດເວເນຊູເອລາ ອາດສາມາດບັນລຸລະດັບ 6,5%ໃນປີຜ່ານມາ.


This site is protected by reCAPTCHA and the Google Privacy Policy and Terms of Service apply.