ຂ່າວເດັ່ນ

ເວ​ີ​​ທີປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ-ອາ​ຟ​ຼິກ​ກາ​ໃຕ້: ຮັບ​ປະ​ກັນ​ສິດ, ຜົນ​ປະ​ໂຫຍດ​ອັນ​ສອ​ບ​ທຳ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ

ເວ​ີ​​ທີປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ-ອາ​ຟ​ຼິກ​ກາ​ໃຕ້: ຮັບ​ປະ​ກັນ​ສິດ, ຜົນ​ປະ​ໂຫຍດ​ອັນ​ສອ​ບ​ທຳ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ຫວຽດນາມ ແລະ ອາຟຼິກກາໃຕ້ ມີທ່າແຮງໃນບັນດາຂົງເຂດຂຸດຄົ້ນແຮ່ທາດ, ຄອບຟິວເຕີ, ເກີບໜັງ, ເຄື່ອງຕັດຫຍີບ…

(ພາບ: TTXVN)

    ຕອນບ່າຍວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Cyril Ramaphosa ປະທານາທິບໍດີ ສ. ອາຟຼິກກາໃຕ້ ໄດ້ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ອາຟຼິກກາໃຕ້.

  ທີ່ເວທີປາໄສ, ວິສາຫະກິດສອງປະເທດ ມີໂອກາດພົບປະໂດຍກົງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຊອກຫາຄູ່ຮ່ວມມືດຳເນີນທຸລະກິດ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

  ທີ່ເວທີປາໄສ,  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ເນັ້ນໜັກວ່າ ຫວຽດນາມ ແລະ ອາຟຼິກກາໃຕ້ ມີທ່າແຮງໃນບັນດາຂົງເຂດຂຸດຄົ້ນແຮ່ທາດ, ຄອບຟິວເຕີ, ເກີບໜັງ, ເຄື່ອງຕັດຫຍີບ…ທ່ານສະເໜີໃຫ້ສອງປະເທດຈົ່ງນຳໜ້າ, ເຊື່ອມຕໍ່ພາກລັດ ແລະ ພາກເອກະຊົນ, ພ້ອມກັນພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.