ຂ່າວເດັ່ນ

ເວ​ທີ​ປາ​ໄສ​ແມ່​ຂອງ-ສ.ເກົາຫຼີ 2025: ການຫັນ​ເປັນ​ດີ​ຈີ​ຕອນ ແລະ ນະ​ວັດ​ຕະ​ກຳ​ແມ່ນ​ຂໍ້​ກູນ​ແຈ​ຂອງ​ການ​ຮ່ວມ​ມື

ເວ​ທີ​ປາ​ໄສ​ແມ່​ຂອງ-ສ.ເກົາຫຼີ 2025: ການຫັນ​ເປັນ​ດີ​ຈີ​ຕອນ ແລະ ນະ​ວັດ​ຕະ​ກຳ​ແມ່ນ​ຂໍ້​ກູນ​ແຈ​ຂອງ​ການ​ຮ່ວມ​ມື

(VOVWORLD) - ວັນທີ 15 ກັນຍາ, ເວທີປາໄສແມ່ຂອງ-ສ.ເກົາຫຼີ ຄັ້ງທີ 13 ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ.

     ວັນທີ  15 ກັນຍາ, ເວທີປາໄສແມ່ຂອງ-ສ.ເກົາຫຼີ ຄັ້ງທີ 13 ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ. ເຫດການໂດຍສະຫະສະມາຄົມການຄ້າສາກົນ ສ.ເກົາຫຼີ (KITA)  ສົມທົບກັບສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI)  ຈັດຂຶ້ນ ໂດຍມີການໜູນຊ່ວຍຂອງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ສ.ເກົາຫຼີ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ເຈິ່ນທິຢ້ຽວຖຸຍ, ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ່ຈິມິນ ເນັ້ນໜັກວ່າ:

  ເພື່ອໃຫ້ກົນໄກ ແມ່ຂອງ-ສ.ເກົາຫຼີ ເສີມຂະຫຍາຍບົດບາດໃນການເຕີບໂຕເສດຖະກິດພາກພື້ນນັ້ນ, ເວທີປາໄສຕ້ອງກາຍເປັນສະຖານທີ່ເຊື່ອມຕໍ່, ໜູນຊ່ວຍວິສາຫະກິດບັນດາປະເທດສະມາຊິກຍາດແຍ່ງບັນດາຄວາມກ້າວໜ້າຂອງວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສາມາດຫັນປ່ຽນ, ດັບປັບຢ່າງວ່ອງໄວ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ່າເຂົ້າໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ. ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ພື້ນຖານໂຄງລ່າງ, ນະໂຍບາຍ ແລະ ຊັບພະຍາກອນມະນຸດ ເພື່ອໃຫ້ບັນດາແນວຄວາມຄິດຮ່ວມມື, ບັນດາຂໍ້ລິເລີ່ມຢູ່ເວທີປາໄສ ປະກົດຜົນເປັນຈິງໂດຍໄວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.