ຂ່າວເດັ່ນ

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ເອ​ກະ​ຊົນ ຫວຽດ​ນາມ 2025 ຈະ​ຈັດ​ຂຶ້ນ​ແຕ່​ເດືອນ ກໍ​ລະ​ກົດ ຫາ​ເດືອນ ກັນ​ຍາ

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ເອ​ກະ​ຊົນ ຫວຽດ​ນາມ 2025 ຈະ​ຈັດ​ຂຶ້ນ​ແຕ່​ເດືອນ ກໍ​ລະ​ກົດ ຫາ​ເດືອນ ກັນ​ຍາ

(VOVWORLD) - ນັບແຕ່ເດືອນກໍລະກົດຫາເດືອນ ກັນຍາ ຈະມາເຖິງ, ຈະດຳເນີນເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ ປີ 2025(VPSF 2025) ດ້ວຍຫົວຂໍ້ “ເສີມຂະຫຍາຍກຳລັງບົ່ມຊ້ອນ - ສ້າງອະນາຄົດ ຫວຽດ”

ຄະນະຈັດຕັ້ງເວທີປາໄສ (ພາບ: VOV)

        ໃນການຖະແຫຼງຂ່າວປະກາດເຫດການທີ່ໄດ້ດຳເນີນໃນວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສ ລວມມີ 03 ຮອບເຈລະຈາ; ຮອບທີ 1 ເຈລະຈາຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ. ຮອບທີ 2 ດຳເນີນໃນວັນທີ 15 ກັນຍາ ຈະມາເຖິງ ຢູ່ຮ່າໂນ້ຍ ດ້ວຍ 04 ວາລປະສົນທະນາຕາມຫົວເລື່ອງ, ມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ວິສາຫະກິດ ແລະ ນັກຊ່ຽວຊານເສດຖະກິດ. ຮອບທີ 3 ຈະດຳເນີນໃນວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ ຈະດຳເນີນວາລະສົນທະລາຄົບຄະນະຂັ້ນສູງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.