ຂ່າວເດັ່ນ

ເວທີປາໄສ ຫວຽດນາມ - ອົດສະຕາລີ 2025

ເວທີປາໄສ ຫວຽດນາມ - ອົດສະຕາລີ 2025

(VOVWORLD) - ເວທີປາໄສ ຫວຽດນາມ - ອົດສະຕາລີ ສະແດງໃຫ້ເຫັນວິໄສທັດລວມ, ຄວາມຕັດສິນໃຈຂອງທັງ 2 ປະເທດ, 2 ລັດຖະບານໃນການສ້າງພື້ນຖານລັດຖະການດີເດັ່ນ, ທັນສະໄໝ

(ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ)

        ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ຕອນເຊົ້າວັນທີ 11 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ສາມີ ໄດ້ເຂົ້າຮ່ວມເວທີປາໄສ ຫວຽດນາມ - ອົດສະຕາລີ ປະຈຳປີຄັ້ງທີ 3 ດ້ວຍຫົວຂໍ້ “ສ້າງພື້ນຖານລັດຖະການດີເດັ່ນໃນທົດສະວັດພັດທະນາໃໝ່”.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເນັ້ນໜັກວ່າ ເວທີປາໄສ ຫວຽດນາມ - ອົດສະຕາລີ ສະແດງໃຫ້ເຫັນວິໄສທັດລວມ, ຄວາມຕັດສິນໃຈຂອງທັງ 2 ປະເທດ, 2 ລັດຖະບານໃນການສ້າງພື້ນຖານລັດຖະການດີເດັ່ນ, ທັນສະໄໝ, ປະດິດຄິດສ້າງ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາປະເທດຊາດເປັນຢ່າງດີກວ່າ. ສ່ວນຕາມທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລ້ວ, ນີ້ແມ່ນເປົ້າໝາຍມຸ່ງໄປເຖິງໂຄງການປະຕິຮູບພາກລັດໃໝ່ທີ່ເຕັມໄປດ້ວຍຄວາມຫານກ້າ ຂອງ ຫວຽດນາມ:

        “ຫົວຂໍ້ຂອງເວທີປາໄສປີນີ້ “ສ້າງພື້ນຖານລັດຖະການດີເດັ່ນໃນທົດສະວັດພັດທະນາໃໝ່” ມີຄວາມໝາຍສຳຄັນ ແລະ ກ່ຽວຂ້ອງເຖິງບັນດາແຜນການໃນອະນາຄົດຂອງທັງ 2 ປະເທດ, ດ້ວຍຖານະເປັນບັນດາປະເທດມີອະທິປະໄຕ, ກໍ່ຄືດ້ວຍຖານະເປັນຄູ່ຮ່ວມມືໃນພາກພື້ນ. ສາຍເຫດທີ່ພວກເຮົາຢູ່ທີ່ນີ້ໃນມື້ນີ້ ແມ່ນເພື່ອແລກປ່ຽນແນວຄິດ ແລະ ຮ່ຳຮຽນເຊິ່ງກັນແລະກັນກ່ຽວກັບການປະຕິຮູບພາກລັດ ແມ່ນຍ້ອນພວກເຮົາເປັນເພື່ອນມິດມາແຕ່ດົນນານ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.