ຂ່າວເດັ່ນ

ເຮືອບ​ິນ​ເຮ​ລາ​ກອບ​ເຕີຂອງ ສ​ປ​ຊ ຖື​ບຸກ​ໂຈມ​ຕີ​ຢູ່ ຊູ​ດັງ​ໃຕ້, ທະ​ຫານ 27 ຄົນໄດ້​ເສຍ​ຊີ​ວິດ

ເຮືອບ​ິນ​ເຮ​ລາ​ກອບ​ເຕີຂອງ ສ​ປ​ຊ ຖື​ບຸກ​ໂຈມ​ຕີ​ຢູ່ ຊູ​ດັງ​ໃຕ້, ທະ​ຫານ 27 ຄົນໄດ້​ເສຍ​ຊີ​ວິດ

(VOVWORLD) - ເຫດການເກີດຂຶ້ນເມື່ອວັນທີ 7 ມີນາ ຂະນະທີ່ຈຸບິນ ລວມມີບັນດາພາລະກອນ ສປຊ ພວມຊອກຫາວິທີຍົກຍ້າຍຈຳນວນທະຫານດັ່ງກ່າວອອກຈາກ Nasir.

  ທ່ານພົນຈັດຕະວາຜູ້ໜຶ່ງພ້ອມດ້ວຍນາຍທະຫານກອງທັບ ຊູດັງໃຕ້ ນັບສີບຄົນໄດ້ເສຍຊີວິດ ຂະນະທີ່ເຮືອບິນເຮລີກອບເຕີຂອງ ສປຊ ເຮັດໜ້າທີ່ຍົກຍ້າຍບຸກຄົນເຫຼົ່ານັ້ນ ຖືກບຸກໂຈມຕີຢູ່ເທດສະບານເມືອງ Nasir. ເຫດການເກີດຂຶ້ນເມື່ອວັນທີ 7 ມີນາ ຂະນະທີ່ຈຸບິນ ລວມມີບັນດາພາລະກອນ ສປຊ ພວມຊອກຫາວິທີຍົກຍ້າຍຈຳນວນທະຫານດັ່ງກ່າວອອກຈາກ Nasir, ເຂດເກີດການປະທະກັນຂະໜາດໃຫ່ຍລະຫວ່າງກອງທັບລັດຖະບານ ກັບກຸ່ມທະຫານລາດທີ່ມີຊື່ວ່າ “ກອງທັບຂາວ” ຊື່ງອຳນາດການປົກຄອງຂອງທ່ານ Salva Kiir ປະທານາທິບໍດີ ຊູດັງໃຕ້ ກຳນົດວ່າ ແມ່ນກຳລັງຈົ່ງຮັກພັກດີກັບທ່ານຮອງປະທານາທິບໍດີ Riek Machar.

  ທ່ານ Nicholas Haysom ຜູ້ນຳໜ້າຄະນະຮັກສາສັນຕິພາບຢູ່ ສປຊ ປະຈຳ ຊູດັງໃຕ້ (UNMISS) ໄດ້ຕຳໜິເຫດບຸກໂຈມຕີດັ່ງກ່າວແມ່ນ “ການກະທຳທີ່ບໍ່ດີ” ແລະ ອາດຈະແມ່ນໂທດກຳສົງຄາມ ຕາມກົດໝາຍສາກົນ. UNMISS ໄດ້ກະຕຸກຊຸກຍູ້ການເປີດການສືບສວນເພື່ອກຳນົດບັນດາເປົ້າໝາຍຢືນຢູ່ເບື້ອງຫລັງເຫດການນີ້ ແລະ ບັງຄັບໃຫ້ບຸກຄົນເຫຼົ່ານັ້ນຕ້ອງມີຄວາມຮັບຜິດຊອບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.