ຂ່າວເດັ່ນ

ຝ​ລັ່ງ ແລະ ສ.ໄຊ​ປ​ຣັດ ຮຽກ​ຮ້ອງ​ການ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ

ຝ​ລັ່ງ ແລະ ສ.ໄຊ​ປ​ຣັດ ຮຽກ​ຮ້ອງ​ການ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ

(VOVWORLD) - ຝລັ່ງ ແລະ ສ.ໄຊປຣັດ ພ້ອມກັນຮຽກຮ້ອງການປະຕິບັດຄຳສັ່ງຢຸດຍິງ ໃນທັນທີ ແລະ ຍາວນານຢູ່ເຂດກາຊາ, ພ້ອມທັງ ຢັ້ງຢືນຄືນໃໝ່ການສະໜັບສະໜູນຕໍ່ວິທີການແກ້ໄຂສອງລັດ ໃຫ້ແກ່ການປະທະກັນ ລະຫວ່າງ ອິດສະລາແອັນ - ປາແລັດສະຕິນ.

ພາບປະກອບ: REUTERS/Dawoud Abu Alkas

ກ່າວຄຳເຫັນທີ່ການຢ້ຽມຢາມ ສ.ໄຊປຣັດໃນວັນທີ 31 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean-Noel Barrot ໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງ ປາຣີຕໍ່ວິກິດການຢູ່ເຂດ ກາຊາ, ທ່ານຢັ້ງຢືນຄືນແນວຄິດຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກ່ຽວກັບເລື່ອງຮັບຮອງປະເທດລັດ ປາແລັດສະຕິນ ຢ່າງເປັນທາງການ ຢູ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ທີ່ຈະດຳເນີນໃນເດືອນກັນຍາຈະມາເຖິງ. ທ່ານ ກໍ່ກ່າວປະນາມເລື່ອງຫັນການເຄື່ອນໄຫວສະໜອງການຊ່ວຍເຫຼືອດ້ານມະນຸດສະທຳເປັນການທະຫານ ແລະ ຮຽກຮ້ອງຢຸດຕິບັນດາແຜນການຕັ້ງຖີ່ນຖານຄົງທີ່ຂອງ ອິດສະລາແອັນ. ທ່ານໃຫ້ຮູ້ວ່າໃນວັນທີ 1 ສິງຫາ, ຝລັ່ງຈະເລີ່ມຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ 40 ໂຕນດ້ວຍທາງການບິນໄປຍັງເຂດກາຊາ, ພ້ອມທັງນຳໃຊ້ທຸກຊ່ອງທາງທີ່ມີຢູ່ແລ້ວ ທາງການບິນ, ທາງທະເລ ແລະ ທາງບົກເພື່ອເປີດກວ້າງການເຄື່ອນໄຫວຊ່ວຍເຫຼືອນີ້.

ສ່ວນຝ່າຍສ.ໄຊປຣັດ, ທ່ານລັດຖະມົນຕີການຕ່າງປະເທດ Constantinos Kombos ກໍ່ໄດ້ຮຽກຮ້ອງໃຫ້ປ່ອຍບັນດາຕົວປະກັນເປັນອິດສະຫລະໃນທັນທີ, ພ້ອມທັງເນັ້ນໜັກວ່າ ສ.ໄຊປຣັດ ພ້ອມແລ້ວທີ່ຈະກາຍເປັນ ສູນພະລາທິການ ໃຫ້ແກ່ການເຄື່ອນໄຫວມະນຸດສະທຳຢູ່ເຂດກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.