ຂ່າວເດັ່ນ

ຝ​ລັ່ງ​ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ໃໝ່

ຝ​ລັ່ງ​ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ໃໝ່

(VOVWORLD) - ວັນທີ 9 ກັນຍາ, ທ່ານ Emmamnuel Macron ປະທານາທິບໍດີ ຝລັ່ງ ໄດ້ແຕ່ງຕັ້ງທ່ານ Sebastien Lecornu ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້, ໃນສະພາບວິກິດການດ້ານການເມືອງ ພວມນັບມື້ນັບຮ້າຍແຮງຢູ່ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຢູ່ ເອີຣົບ ນີ້.

   ເປັນອັນວ່າ, ທ່ານ Sebastien Lecornu, ອາຍຸ 39 ປີ, ໄດ້ກາຍເປັນນາຍົກລັດຖະມົນຕີຜູ້ທີ 7 ພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Emmanuel Macron ແລະ ເປັນນາຍົກລັດຖະມົນຕີຜູ້ທີ 5 ນັບແຕ່ເມື່ອທ່ານ Macron ເລີ່ມດຳເນີນອາຍຸການປະທານາທິບໍດີເທື່ອທີ 2.

        ໂດຍເກີດປີ 1986, ທ່ານ Lecornu ແມ່ນນັກການເມືອງໜຸ່ມ ດ້ວຍປະສົບການດ້ານການເມືອງຫຼາຍພໍສົມຄວນ; ທ່ານໄດ້ຮັບດຳລົງຕຳແໜ່ງເປັນເຈົ້າຄອງນະຄອນເມື່ອອາຍຸຫາກໍ່ 28 ປີ, ຫຼັງຈາກນັ້ນ ກໍຮັບດຳລົງຕຳແໜ່ງເປັນປະທານສະພາແຂວງ Eure ເມື່ອອາຍຸ 29 ປີ ແລະ ກາຍເປັນລັດຖະມົນຕີເມື່ອອາຍຸ 31 ປີ.      

        ທ່ານປະທານາທິບໍດີ ຝລັ່ງ ໄດ້ມອບໝາຍໜ້າທີ່ໃຫ້ ນາຍົກລັດຖະມົນຕີ ຄົນໃໝພົບປະບັນດາພັກການເມືອງ ແລະ ສ້າງຕັ້ງລັດຖະບານໃໝ່ໃນຊຸມວັນຈະມາເຖິງ.

ແອັງຕວັນ, ນັກຂ່າວ VOV ປະຈຳ ປາຣີ


This site is protected by reCAPTCHA and the Google Privacy Policy and Terms of Service apply.