ຂ່າວເດັ່ນ

ຝ​ລັ່ງ​ຮຽກ​ຮ້ອງ​ຕໍ່​ກຳ​ນົດ​ເວ​ລາ​ເຈ​ລະ​ຈາ​ທາງ​ການ​ຄ້າ EU - ອາ​ເມ​ລິ​ກາ​

ຝ​ລັ່ງ​ຮຽກ​ຮ້ອງ​ຕໍ່​ກຳ​ນົດ​ເວ​ລາ​ເຈ​ລະ​ຈາ​ທາງ​ການ​ຄ້າ EU - ອາ​ເມ​ລິ​ກາ​

(VOVWORLD) - ໃນການຕອບສຳພາດຂອງໜັງສືພິມ La Tribune Dimanche, ທີ່ໄດ້ປະກາດ ໃນວັນທີ 29 ມິຖຸນາ, ທ່ານລັດຖະມົນຕີ Lombard ເຊື່ອໝັ້ນວ່າ EU ຈະບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ.

ສຳນັກງານຄະນະກຳມະການເອີລົບ ຢູ່ ແບນຊິກ (ພາບ: THX/TTXVN)

ທ່ານລັດຖະມົນຕີການເງິນຝລັ່ງ Eric Lombard ໄດ້ຮຽກຮ້ອງຕໍ່ກຳນົດເວລາເຈລະຈາທາງການຄ້າລະຫວ່າງສະຫະພາບ ເອີລົບ (EU) ແລະ ອາເມລິກາ ພາຍຫຼັງເວລາທີ່ຈະໝົດກຳນົດໃນວັນທີ 9 ກໍລະກົດ, ເພື່ອຊອກຫາຂໍ້ຕົກລົງໃໝ່ທີ່ດີກ່ວາ.

ໃນການຕອບສຳພາດຂອງໜັງສືພິມ La Tribune Dimanche, ທີ່ໄດ້ປະກາດ ໃນວັນທີ 29 ມິຖຸນາ, ທ່ານລັດຖະມົນຕີ Lombard ເຊື່ອໝັ້ນວ່າ EU ຈະບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ. ເມື່ອເຕື້ອງເຖິງຈຸດເວລາໝົດກຳນົດ, ທ່ານລັດຖະມົນຕີກະຊວງການເງິນ ຝລັ່ງ ຫວັງວ່າການເຈລະຈາທາງການຄ້າລະຫວ່າງ EU ກັບອາເມລິກາ ຈະແກ່ຍາວເວລາກຳນົດໄປຕື່ມອີກຄັ້ງໜຶ່ງເພື່ອສາມາດບັນລຸໄດ້ຂໍ້ຕົກລົງທີ່ດີກ່ວາ ຂໍ້ຕົກລົງໃນວັນທີ 9 ກໍລະກົດ.

ທ່ານປະທານາທິບໍດີ ອາເມລິກາ ໄດ້ກຳນົດວັນທີ 9 ກໍລະກົດແມ່ນຈຸດເວລາສຸດທ້າຍໃຫ້ແກ່ບັນດາການເຈລະຈາທາງການຄ້າລະຫວ່າງ ປະເທດນີ້ກັບ EU, ພ້ອມທັງກ່າວເຕືອນວ່າ ເລື່ອງບໍ່ບັນລຸໄດ້ຂໍ້ຕົກລົງອາດຈະພາໄປເຖິງການກະທຳຂອງ ວໍຊິງຕັນໃນການຈັດວາງອັດຕາພາສີສູງກ່ວາທີ່ຕໍ່ສິນຄ້າຊະນິດຕ່າງໆນັບແຕ່ ລົດໂອໂຕຕະຫຼອດຮອດຜະລິດຕະພັນການຢາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.