ຂ່າວເດັ່ນ

ຝ​ລັ່ງ​ປະ​ກາດ​ສະ​ມາ​ຊິກ​ລັດ​ຖະ​ບານ​ຊຸດ​ໃໝ່

ຝ​ລັ່ງ​ປະ​ກາດ​ສະ​ມາ​ຊິກ​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) - ຕາມແຜນການແລ້ວ, ທ່ານ Sebastien Lecornu ນາຍົກລັດຖະມົນຕີ ຈະມີບົດກ່າວປາໄສກ່ຽວກັບນະໂຍບາຍລວມຢູ່ສະພາຕ່ຳໃນວັນທີ 7 ຕຸລາ.

ວັນທີ 5 ຕຸລາ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ປະກາດສະມາຊິກລັດຖະບານຊຸດໃໝ່ ໂດຍທ່ານ Sebastien Lecornu ນາຍົກລັດຖະມົນຕີ ນຳໜ້າ, ໃນມານະພະຍາຍາມນຳປະເທດຊາດຫຼຸດພົ້ນ ອອກຈາກສະພາບການຈົນຕາແຈດ້ານການເມືອງ. ບັນຊີລາຍຊືໂດຍ ວັງ Elysee ຫາກໍ່ປະກາດລວມມີສະມາຊິກລັດຖະບານ 18 ທ່ານ, ແລະ ຄາດວ່າຈະມີຕື່ມອີກບັນດາການແຕ່ງຕັ້ງອື່ນໆ ຈະໄດ້ປະກາດທາງຫຼັງ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ໃນບັນຊີລາຍຊື່ນີ້, ທ່ານ Bruno Le Maire ອະດີດລັດຖະມົນຕີເສດຖະກິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ໃນຂະນະທີ່ທ່ານ Roland Lescure ດຳລົງຕຳແໜ່ງເປັນລັດຖະມົນຕີເສດຖະກິດ. ຕາມແຜນການແລ້ວ, ທ່ານ Sebastien Lecornu  ນາຍົກລັດຖະມົນຕີ ຈະມີບົດກ່າວປາໄສກ່ຽວກັບນະໂຍບາຍລວມຢູ່ສະພາຕ່ຳໃນວັນທີ 7 ຕຸລາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.