ຂ່າວເດັ່ນ

ຝ​ລັ່ງ​ປະ​ກາດ​ສະ​ມາ​ຊິກ​ລັດ​ຖະ​ບານ​ຊຸດ​ໃໝ່

ຝ​ລັ່ງ​ປະ​ກາດ​ສະ​ມາ​ຊິກ​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) - ລັດຖະບານຊຸດໃໝ່ລວມມີສະມາຊິກ 34 ທ່ານ, ໄດ້ຮັບການພັນລະນາວ່າແມ່ນ ການປະສົມປະສານລະຫວ່າງບົດຮຽນປະສົບການທາງການເມືອງ ແລະ ສັງຄົມພົນລະເຮືອນ”, ດ້ວຍເປົ້າໝາຍນຳມາເຊິ່ງພາບພົດທີ່ປອງດອງ ແລະ ມີສະຖຽນລະພາບໃນສະພາບການແບ່ງແຍກທີ່ລົງເລິກລະຫວ່າງບັນດາພັກຝ່າຍ.

ພາຍຫຼັງສັບປະດາທີ່ເຕັມໄປດ້ວຍການຜັນແປ, ຕອນຄ່ຳວັນທີ 12 ຕຸລາ ວັງ Élysée (ທຳນຽບປະທານາທິບໍດີ ຝລັ່ງ ໄດ້ປະກາດບັນຊີລາຍຊື່ລັດຖະບານຊຸດໃໝ່ຢ່າງເປັນທາງການໂດຍທ່ານນາຍົກລັດຖະມົນຕີ Sébastien Lecornu ນຳໜ້າ ເຊິ່ງໄດ້ສ້າງຂີດໝາຍແຫ່ງການກັບຄືນມາຂອງທ່ານພາຍຫຼັງພຽງແຕ່ 2 – 3 ວັນ, ເມື່ອຄະນະ ລັດຖະບານຊຸດທຳອິດຂອງທ່ານ ຕ້ອງລາອອກຈາກຕຳແໜ່ງ.

ລັດຖະບານຊຸດໃໝ່ລວມມີສະມາຊິກ 34 ທ່ານ, ໄດ້ຮັບການພັນລະນາວ່າແມ່ນ ການປະສົມປະສານລະຫວ່າງບົດຮຽນປະສົບການທາງການເມືອງ ແລະ ສັງຄົມພົນລະເຮືອນ”, ດ້ວຍເປົ້າໝາຍນຳມາເຊິ່ງພາບພົດທີ່ປອງດອງ ແລະ ມີສະຖຽນລະພາບໃນສະພາບການແບ່ງແຍກທີ່ລົງເລິກລະຫວ່າງບັນດາພັກຝ່າຍ. ທ່ານ Sébastien Lecornu ໄດ້ສ້າງໝູ່ຄະນະປະສົມປະສານລະຫວ່າງບັນດານັກຊ່ຽວຊານເຕັກນິກປົກຄອງ, ສະມາຊິກລັດຖະສະພາປອງດອງ ແລະ ຜູ້ທີ່ມາຈາກງສັງຄົມພົນລະເຮືອນຄະນະ. ລັດຖະບານລວມມີ 34 ທ່ານໃນນັ້ນມີຍິງ 16 ທ່ານ, ເຊິ່ງໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມໃນການຮັກສາຫຼັກການຄວາມສະເໝີພາບລະຫວ່າງຍິງຊາຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.