ຂ່າວເດັ່ນ

Festival ແທັງ​ລອງ - ຮ່າ​ໂນ້ຍ 2025: ເຊີດ​ຊູ​ຄຸນ​ຄ່າ​ມໍ​ລະ​ດົກ ແລະ ແຜ່​ກະ​ຈາ​ຍສິ່ງຍອດ​ຍິ່ງ​ຂອງ​ພູມ​ປັນ​ຍາ ຫວຽດ

Festival ແທັງ​ລອງ - ຮ່າ​ໂນ້ຍ 2025: ເຊີດ​ຊູ​ຄຸນ​ຄ່າ​ມໍ​ລະ​ດົກ ແລະ ແຜ່​ກະ​ຈາ​ຍສິ່ງຍອດ​ຍິ່ງ​ຂອງ​ພູມ​ປັນ​ຍາ ຫວຽດ

(VOVWORLD) - ຕອນເຊົ້າວັນທີ 01 ພະຈິກ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ວັນໝຽວ - ກວັກຕືຢາມ (ຮ່າໂນ້ຍ) ໄດ້ໄຂລາຍການ “ເຕົ້າໂຮມມໍລະດົກ” - ເຊິ່ງເປັນການເຄື່ອນໄຫວທີ່ພົ້ນເດັ່ນໃນຂອບເຂດ “Festival ແທັງລອງ - ຮ່າໂນ້ຍ ປີ 2025”.

ເຂດວາງສະແດງດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ (ພາບ: TTXVN)

 

 

  ນີ້ແມ່ນເຫດການວັດທະນະທຳ - ສິລະປະຈຸດສຸມ, ເຊີດຊູຄຸນຄ່າມໍລະດົກແທັງລອງ - ຮ່າໂນ້ຍ ແລະ ແຜ່ກະຈາຍນ້ຳໃຈປະດິດຄິດສ້າງໃນວົງຄະນະຍາດ. ລາຍການໄດ້ດຳເນີນແຕ່ວັນທີ 1 – 16 ພະຈິກ 2025.

        ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເລທິແອັງມາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ເນັ້ນໜັກວ່າ ຫົວຂໍ້ “ເຕົ້າໂຮມມໍລະດົກ” ບໍ່ພຽງແຕ່ມີຄວາມໝາຍເຊື່ອມຕໍ່ເມືອງເກົ່າ 3 ແຫ່ງຄື ຮວາລື (ນິງບິ່ງ) - ແທັງລອງ (ຮ່າໂນ້ຍ) ແລະ ຝູຊວັນ (ເຫວ້) ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການເຕົ້າໂຮມຂອງບັນດາເຂດວັດທະນະທຳໃນທຸກເຂດພາກຂອງປະເທດອີກດ້ວຍ. ລາຍການດັ່ງກ່າວຍັງສະແດງວິໄສທັດ ແລະ ຄວາມຄາດຫວັງຂອງນະຄອນຫຼວງໃນການສ້າງ ຮ່າໂນ້ຍ ກາຍເປັນສູນກາງປະດິດຄິດສ້າງຂອງພາກພື້ນ ແລະ ໂລກ.

ເຂດວາງສະແດງບັນດາຜະລິດຕະພັນຫັດຖະກຳຂອງ ຫວຽດນາມ (ພາບ: TTXVN)

        Festival ແທັງລອງ - ຮ່າໂນ້ຍ ປີ 2025 ໄດ້ດຳເນີນພາຍໃນ 16 ວັນ, ນັບແຕ່ວັນທີ 1 ພະຈິກ ຫາວັນທີ 16 ພະຈິກ, ດ້ວຍຫຼາຍກິດຈະກຳຄື: ງານວາງສະແດງ ແລະ ການສຳຜັດກັບໝູ່ບ້ານອາຊີບຫັດຖະກຳແນະນຳ, ໂຄສະນາຜະລິດຕະພັນທີ່ເປັນເອກະລັກຂອງໝູ່ບ້ານອາຊີບດີເດັ່ນຂອງ ຮ່າໂນ້ຍ, ເຫວ້, ນິງບິ່ງ ແລະ ເຂດ ເຕີຍງວຽນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.