ຂ່າວເດັ່ນ

Festival ທັງ​ລອງ - ຮ່າ​ໂນ້ຍ 2025: ເຊີດ​ຊູ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຫວຽດ​ນາມ

Festival ທັງ​ລອງ - ຮ່າ​ໂນ້ຍ 2025: ເຊີດ​ຊູ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຫວຽດ​ນາມ

(VOVWORLD) - ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025 ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ.

ລາຍການສະແດງສິລະປະ ຢູ່ Festival ທັງລອງ - ຮ່າໂນ້ຍ 2025  (ພາບ: nhandan.vn)

ຕອນຄ່ຳວັນທີ 7 ພະຈິກ, Festival ທັງລອງ - ຮ່າໂນ້ຍ 2025 ໄດ້ໄຂຂຶ້ນຢູ່ພາລະຊາວັງ ທັງລອງ. ນີ້ແມ່ນເຫດການວັດທະນະທຳທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງນະຄອນຫຼວງ ໃນປີນີ້, ປະກອບສ່ວນແຜ່ກະຈາຍຄຸນຄ່າມໍລະດົດວັດທະນະທຳ ຂອງ ຫວຽດນາມ ໄປຍັງເພື່ອນມິດສາກົນ. ຫົວຂໍ້ “ມໍລະດົກ - ເຊື່ອມຕໍ່ - ຍຸກສະໄໝ” ຂອງ Festival ທັງລອງ - ຮ່າໂນ້ຍ 2025  ໄດ້ສະແດງຄວາມມຸ່ງຫວັງສ້າງເຄື່ອງໝາຍວັດທະນະທຳ ຮ່າໂນ້ຍ ທີ່ພົ້ນເດັ່ນ, ມີຫົວຄິດປະດິດສ້າງບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ ເທື່ອລະກ້າວ. ທ່ານນາງ ຫວູທູຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

Festival ທັງລອງ - ຮ່າໂນ້ຍຄັ້ງທີ 1 ປີ 2025 ແມ່ນເຫດການວັດທະນະທຳ, ສິລະປະທີ່ມີຂອບຂະໜາດໃຫຍ່ ໄດ້ຈັດຂຶ້ນຢູ່ ພາລະຊາວັງທັງລອງ, ແມ່ນວັນບຸນຂອງ ມໍລະດົກ, ມີສະຖານທີ່ປະດິດຄິດສ້າງເປີດ, ຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ໄດ້ເຊື່ອມຕໍ່ກັບຈິດໃຈຂອງຍຸກດີຈີຕອນ ເຊິ່ງແມ່ນສະຖານທີ່ ທີ່ບັນດານັກສິລະປະກອນພື້ນເມືອງ ພົບປະກັບນັກສິລະປິນ, ນັກປະດິດຄິດສ້າງໜຸ່ມ ເພື່ອພ້ອມກັນເຮັດໃຫ້ສີສັນວັດທະນະທຳ ຫວຽດນາມ ມີຄວາມໃໝ່ອ່ຽມ ແລະ ອຸດົມສົມບູນກວ່າເກົ່າ ໃນສະໄໝ ເຊື່ອມໂຍງເຂົ້າກັບສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.