ຂ່າວເດັ່ນ

ຟີ​ລິບ​ປິນ ປະ​ກາດ​ໃຊ້​ສະ​ພາ​ວະ​ສຸກ​ເສີນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ

ຟີ​ລິບ​ປິນ ປະ​ກາດ​ໃຊ້​ສະ​ພາ​ວະ​ສຸກ​ເສີນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ

(VOVWORLD) - ທ່ານລັດຖະມົນຕີກະຊວງກະສິກຳ ຟີລິບປິນ, Francisco Tiu Laurel ໄດ້ປະກາດໃຊ້ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານສຳລັບເຂົ້າສານ ເພື່ອແນໃສ່ຄວບຄຸມລາຄາ ແລະ ຮັບປະກັນແຫຼ່ງສະໜອງໃຫ້ແກ່ປະຊາຊົນ.

ການຂົນສົ່ງເຂົ້າສານຢູ່ນະຄອນຫຼວງ Manila,  ຟີລິບປິນ (ພາບ: AFP/TTXVN)

ຕໍ່ໜ້າສະພາວະລາຄາເຂົ້າສານພາຍໃນປະເທດເພີ່ມຂຶ້ນສູງແບບຜິດປົກກະຕິ, ທ່ານລັດຖະມົນຕີກະຊວງກະສິກຳ ຟີລິບປິນ, Francisco Tiu Laurel ໄດ້ປະກາດໃຊ້ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານສຳລັບເຂົ້າສານ ເພື່ອແນໃສ່ຄວບຄຸມລາຄາ ແລະ ຮັບປະກັນແຫຼ່ງສະໜອງໃຫ້ແກ່ປະຊາຊົນ.

        ຕາມກົດໝາຍວ່າດ້ວຍພາສີອາກອນສຳລັບເຂົ້າສານແລ້ວ, ລັດຖະມົນຕີກະຊວງກະສິກຳ ມີສິດປະກາດສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ເມື່ອລາຄາເຂົ້າສານເພີ່ມຂຶ້ນສູງແບບຜິດປົກກະຕິ, ອະນຸຍາດໃຫ້ NFA ແຊກແຊງດ້ວຍວິທີສະໜອງເຂົ້າສານແຮສາງໃຫ້ແກ່ບັນດາກົມກອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ເພື່ອແນໃສ່ຫຼຸດລາຄາ ແລະ ປົກປ້ອງຜູ້ບໍລິໂພກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.