ຂ່າວເດັ່ນ

ຟີລິບປິນ ມຸ່ງໄປເຖິງການລົງນາມໃນ COC

ຟີລິບປິນ ມຸ່ງໄປເຖິງການລົງນາມໃນ COC

(VOVWORLD) - ຟີລິບປິນ ຈະຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ຈີນ ຢ່າງແໜ້ນແຟ້ນເພື່ອຊຸກຍູ້ການສ້າງກົດແຫ່ງການປະພຶດໃຫ້ມີປະສິດທິຜົນ, ມີເນື້ອໃນ ແລະ ມີຄວາມຜູກມັດດ້ານຕິນິກຳຢູ່ທະເລຕາເວັນອອກ.

        ຟີລິບປິນ ຫວັງວ່າ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຈະໄດ້ສ້າງສຳເລັດ ແລະ ພ້ອມທີ່ຈະລົງນາມພາຍໃຕ້ການເປັນປະທານຂອງປະເທດນີ້ ໃນບົດບາດເປັນປະທານ ອາຊຽນ ໃນປີ 2026. ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວໃນວັນທີ 24 ຕຸລາ, ກ່ອນທີ່ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ທີ່ຈັດຂຶ້ນຢູ່ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານນາງ Angelica Escalona, ໂຄສົກກະຊວງການຕ່າງປະເທດ ຟີລິບປິນ ໃຫ້ຮູ້ວ່າ ຟີລິບປິນ ຈະຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ຈີນ ຢ່າງແໜ້ນແຟ້ນເພື່ອຊຸກຍູ້ການສ້າງກົດແຫ່ງການປະພຶດໃຫ້ມີປະສິດທິຜົນ, ມີເນື້ອໃນ ແລະ ມີຄວາມຜູກມັດດ້ານຕິນິກຳຢູ່ທະເລຕາເວັນອອກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.