ຂ່າວເດັ່ນ

ຟີລິບປິນ: ພາຍຸ Kalmaegi ເຮັດໃຫ້ມີຜູ້ເສຍຊີວິດ 85 ຄົນ

ຟີລິບປິນ: ພາຍຸ Kalmaegi ເຮັດໃຫ້ມີຜູ້ເສຍຊີວິດ 85 ຄົນ

(VOVWORLD) - ທ່ານ Ferdinand Marcos, Jr.ປະທານາທິບໍດີ ຟີລິບປິນ ໄດ້ອອກຄຳສັ່ງເປີດກວ້າງທຸກຮູບແບບການໜູນຊ່ວຍ, ກຽມພ້ອມກູ້ໄພກູ້ຊີບບັນດາເຂດຖືກຜົນສະທ້ອນ.

ຕາມສະພາຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງໄພທຳມະຊາດແຫ່ງຊາດ ຟີລິບປິນ ແລ້ວ, ໄລ່ຮອດຕອນບ່າຍວັນທີ 05 ພະຈິກ, ຈຳນວນຜູ້ເສຍຊີວິດຍ້ອນພາຍຸ Kalmaegi (ໄຄແມກິ) ຢູ່ປະເທດນີ້ໄດ້ເພິ່ມຂຶ້ນເປັນ 85 ຄົນ, ນອກນັ້ນ ມີຢ່າງໜ້ອຍສຸດ 75 ຄົນຫາຍສາບສູນ.

ຕໍ່ກັບການຜັນແປທີ່ສັບສົນຂອງພາຍຸ Kalmaegi, ທ່ານ Ferdinand Marcos, Jr.ປະທານາທິບໍດີ ຟີລິບປິນ ໄດ້ອອກຄຳສັ່ງເປີດກວ້າງທຸກຮູບແບບການໜູນຊ່ວຍ, ກຽມພ້ອມກູ້ໄພກູ້ຊີບບັນດາເຂດຖືກຜົນສະທ້ອນ. ວັນທີ 05 ພະຈິກ, ກຳລັງຕຳຫຼວດໄດ້ຊີ້ນຳໃຫ້ທຸກກົມກອງ ແລະ ຫ້ອງການຕຳຫຼວດຢູ່ເຂດຖືກຜົນສະທ້ອນຈາກພາຍຸ, ເພີ່ມທະວີການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ. ໃນຂະນະນັ້ນ, ກອງທັບ ຟີລິບປິນ ກໍ່ໄດ້ຈັດສົ່ງທະຫານບົກ ແລະ ລົດຂົນສົ່ງທະຫານໄປຍັງບັນດາເຂດທີ່ີຖືກຜົນສະທ້ອນຢ່າງໜັກໜ່ວງ ເພື່ອໜູນຊ່ວຍບັນດາເຂດດັ່ງກ່າວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.