ຂ່າວເດັ່ນ

ຝຶກ​ຊ້ອມ​ຮ່​ວມ​ເດີນຂະ​ບວນ​ສວນ​ສະ​ໜາມຄັ້ງ​ທຳ​ອິດ ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຝຶກ​ຊ້ອມ​ຮ່​ວມ​ເດີນຂະ​ບວນ​ສວນ​ສະ​ໜາມຄັ້ງ​ທຳ​ອິດ ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

(VOVWORLD) - ກະຊວງປ້ອງກັນປະເທດໄດ້ຈັດການຝຶກຊ້ອມຮ່ວມຄັ້ງທຳອິດບັນດາກຳລັງເຂົ້າຮ່ວມການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ຕາມຮູບແບບທາງໄກ ໂດຍໄດ້ເຊື່ອມຕໍ່ກັບ 4 ກຸ່ມຂອງບັນດາເຂດທະຫານໃນທົ່ວປະເທດ.

ລາຍການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ ແມ່ນເພື່ອແນໃສ່ວາດພາບຄືນບັນຍາກາດອັນສະຫງ່າອົງອາດຂອງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1975 (ພາບ: VOV)

ຕອນເຊົ້າວັນທີ 04 ມີນາ, ກະຊວງປ້ອງກັນປະເທດໄດ້ຈັດການຝຶກຊ້ອມຮ່ວມຄັ້ງທຳອິດບັນດາກຳລັງເຂົ້າຮ່ວມການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ຕາມຮູບແບບທາງໄກ ໂດຍໄດ້ເຊື່ອມຕໍ່ກັບ 4 ກຸ່ມຂອງບັນດາເຂດທະຫານໃນທົ່ວປະເທດ. ລາຍການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ ແມ່ນເພື່ອແນໃສ່ວາດພາບຄືນບັນຍາກາດອັນສະຫງ່າອົງອາດຂອງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1975, ເຊິ່ງສຸດຍອດແມ່ນບັ້ນຮົບ ໂຮ່ຈີມິນ ຍາດໄດ້ໄຊຊະນະຢ່າງສົມບູນໃນຕອນບ່າຍວັນທີ 30 ເມສາ 1975; ອັນໄດ້ສະແດງພະລັງຈິດໃຈ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ມູນເຊື້ອຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງກຸ້ມຕົນເອງ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.