ຂ່າວເດັ່ນ

G20 ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ກັບ​ ລັດ​ທິຫຼາຍ​ຝ່າຍ

G20 ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ກັບ​ ລັດ​ທິຫຼາຍ​ຝ່າຍ

(VOVWORLD) - ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້ ຢັ້ງຢືນວ່າຖະແຫຼງການຂອງບັນດາການນຳ G20 ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງສຳລັບການຮ່ວມມືຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ການບໍ່ເຂົ້າຮ່ວມຂອງ ອາເມລິກາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດ ຂອງເວທີປາໄສນີ້

ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ອັດລົງໃນວັນທີ 23 ພະຈິກຢູ່ນະຄອນຫຼວງ Johannesburg (ປະເທດ ອາບຟຼິກກາໃຕ້), ສິ້ນສຸດສອງວັນເຮັດວຽກດ້ວຍການຮັບຮອງເອົາຖະແຫຼງການຮ່ວມຮຽກຮ້ອງໃຫ້ມີສັນຕິພາບ ກໍ່ຄືບັນດາມາດຕະການປົກປ້ອງແຫຼ່ງສະໜອງແຮ່ທາດທີ່ຈຳເປັນໃນທົ່ວໂລກ. ກ່າວຄຳເຫັນທີ່ພິທີອັດ, ທ່ານ Cyril Ramaphosa ປະທານາທິບໍດີ ປະເທດເຈົ້າພາບ ຢັ້ງຢືນວ່າຖະແຫຼງການຂອງບັນດາການນຳ G20 ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງສຳລັບການຮ່ວມມືຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ການບໍ່ເຂົ້າຮ່ວມຂອງ ອາເມລິກາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດ  ຂອງເວທີປາໄສນີ້. ທ່ານເນັ້ນໜັ້ກວ່າ ຖະແຫຼງການຮ່ວມໃຫ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາເປົ້າໝາຍຜ່ານຜ່າຄວາມແຕກຕ່າງກັນລະຫວ່າງບັນດາການນຳໃນໂລກ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ ອາບຟຼິກກາໃຕ້ - ດ້ວຍຖານະເປັນປະເທດເຈົ້າພາບ - ໃນການຊຸກຍູ້ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄືວິກິດການດິນຟ້າອາກາດ, ຊ່ວຍເຫຼືອບັນດາປະເທດພວມພັດທະນາຮັບມືກັບໄພພິບັດດິນຟ້າອາກາດ ທີ່ນັບມື້ນັບຮ້າຍແຮງ, ຫັນປ່ຽນພະລັງງານສະອາດ ແລະ ຫຼຸດຜ່ອນໜິ້ນຢູ່ລະດັບສູງເກີນໄປ.


This site is protected by reCAPTCHA and the Google Privacy Policy and Terms of Service apply.