ຂ່າວເດັ່ນ

Ghana ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ເຂົ້າ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ ໃນ​ເດືອນ ກັນ​ຍາ

Ghana ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ເຂົ້າ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ ໃນ​ເດືອນ ກັນ​ຍາ

(VOVWORLD) -ປະລິມານການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນເດືອນ ກັນຍາ 2025 ຫຼຸດລົງຢ່າງແຮງ ເມື່ອ ຟີລິບປິນ, ຕະຫຼາດຊື້ເຂົ້າຫຼາຍທີ່ສຸດຂອງ ຫວຽດນາມ ຢຸດຕິການນຳເຂົ້າຊົ່ວຄາວ.

 Ghana ກາຍເປັນຕະຫຼາດສົ່ງອອກເຂົ້າຫຼາຍທີ່ສຸດຂອງ ຫວຽດນາມ ກວມເອົາ 22% ອັດຕາສ່ວນສົ່ງອອກເຂົ້າ  (ພາບ: TTXVN)

ຕົວເລກຂອງສະຫະສະມາຄົມອາຫານການກິນ ຫວຽດນາມ ຊີ້ໃຫ້ເຫັນວ່າ, ປະລິມານການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນເດືອນ ກັນຍາ 2025 ຫຼຸດລົງຢ່າງແຮງ ເມື່ອ ຟີລິບປິນ, ຕະຫຼາດຊື້ເຂົ້າຫຼາຍທີ່ສຸດຂອງ ຫວຽດນາມ ຢຸດຕິການນຳເຂົ້າຊົ່ວຄາວ. ແລະ Ghana ກາຍເປັນຕະຫຼາດສົ່ງອອກເຂົ້າຫຼາຍທີ່ສຸດຂອງ ຫວຽດນາມ ກວມເອົາ 22% ອັດຕາສ່ວນສົ່ງອອກເຂົ້າ, ຖັດມາແມ່ນ Côte d'Ivoire ແລະ ມາເລເຊຍ ດ້ວຍອັດຕາສ່ວນແມ່ນ 21% ແລະ ເກືອບ 10% ຕາມລຳດັບ.  

ລະອຽດ, ໃນເດືອນກັນຍາ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ບັນລຸປະມານ 466.800 ໂຕນ, ເທົ່າກັບ  232,383 ລ້ານ USD. ໄລ່ຮອດວັນທີ 30 ກັນຍາ, ປະລິມານເຂົ້າສົ່ງອອກທັງໝົດບັນລຸ 6,825 ລ້ານໂຕນ, ລວມມູນຄ່າ 3,486 tỷ USD, ຫຼຸດລົງ 2,05% ກ່ຽວກັບປະລິມານ ແລະ ຫຼຸດລົງ 19,98% ກ່ຽວກັບມູນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.