ຂ່າວເດັ່ນ

ຫ​ວຽດ​ນາມ​ໄດ້​ຮັບ​ການ​ສະ​ເໜີ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານກອງ​ປະ​ຊຸມ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອະ​ນຸ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ຄັ້ງ​ທີ 35

ຫ​ວຽດ​ນາມ​ໄດ້​ຮັບ​ການ​ສະ​ເໜີ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານກອງ​ປະ​ຊຸມ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອະ​ນຸ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ຄັ້ງ​ທີ 35

(VOVWORLD) - ຖ້າໄດ້ຮັບການເລືອກຕັ້ງ, ນີ້ຈະເປັນຄັ້ງທຳອິດທີ່ຫວຽດນາມ ຮັບດຳລົງຕຳແໜ່ງປະທານ SPLOS ນັບແຕ່ເວລາກາຍເປັນສະມາຊິກຂອງ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໃນປີ 1994

ກອງປະຊຸມ (ພາບ: VOV)

ກຸ່ມອາຊີ - ປາຊີຟິກ ຢູ່ສປຊ ໃນວັນທີ 27 ກຸມພາ ໄດ້ເຫັນດີເປັນເອກະພາບສະເໜີ ຫວຽດນາມ ເຂົ້າດຳລົງຕຳແໜ່ງປະທານກອງປະຊຸມຄັ້ງທີ 35 ບັນດາປະເທດສະມາຊິກ ອະນຸສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS).  ປະທານກອງປະຊຸມຈະໄດ້ຮັບການເລືອກຕັ້ງຢ່າງເປັນທາງການກ່ອນດຳເນີນກອງປະຊຸມ, ທີ່ດຳເນີນໃນວັນທີ 23 – 27 ມິຖຸນາ ຢູ່ສຳນັກງານ ສປຊ ຢູ່ນິວຢອກ, ອາເມລິກາ. ຖ້າໄດ້ຮັບການເລືອກຕັ້ງ, ນີ້ຈະເປັນຄັ້ງທຳອິດທີ່ຫວຽດນາມ ຮັບດຳລົງຕຳແໜ່ງປະທານ SPLOS ນັບແຕ່ເວລາກາຍເປັນສະມາຊິກຂອງ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໃນປີ 1994, ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ການຮັບຮູ້ຂອງປະຊາຄົມສາກົນຕໍ່ບັນດາຄວາມມານະພະຍາຍາມນຳໜ້າຂອງ ຫວຽດນາມໃນການປະຕິບັດກົດໝາຍ, ປັບປຸງຄູນຄ່າທົ່ວໄປຂອງ UNCLOS, ກໍ່ຄືບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ເຂົ້າໃນວຽກງານລວມຂອງ ສປຊ.

This site is protected by reCAPTCHA and the Google Privacy Policy and Terms of Service apply.