ຂ່າວເດັ່ນ

ຫ​ວຽດ​ນາມ ແລະ ແຟງ​ລັງ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫ​ວຽດ​ນາມ ແລະ ແຟງ​ລັງ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 21 ຕຸລາ ຕາມເລາທ້ອງຖິ່ນ, ພາຍຫຼັງພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ Alexander Stubb.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນວາລະພົບປະເຈລະຈາ

  ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພະເສດ ແມ່ນໃນບັນດາຂົງເຂດທີ່ສອງຝ່າຍຕ້ອງຍູ້ແຮງການພັດທະນາໃນໄລຍະຈະມາເຖິງ, ເຊັ່ນ: ເຕັກໂນໂລຢີຂໍ້ມູນຂ່າວສານ, ປ່າໄມ້, ເສດຖະກິດໝູນວຽນ, ຫັນເປັນສີຂຽວ, ການຮ່ວມມືພັດທະນາທະເລແບບຍືນຍົງ, ວິທະຍາສາດ - ເຕັກນິກ... ສອງຝ່າຍເຫັນດີເປັນເອກະສັນຂຸດຄົ້ນສັນຍາການຄ້າເສລີ ຫວຽດນາມ - EU (EVFTA), ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVIPA) ຢ່າງມີປະສິດທິຜົນ.

        ສອງຝ່າຍກໍເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດອື່ນ, ເຊັ່ນ: ການສຶກສາ - ບຳລຸງສ້າງ, ການຮ່ວມມືຂັ້ນທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ. ການນຳສອງທ່ານກໍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ; ສະໜັບສະໜູນຫຼັກໝັ້ນແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ຄວບຄຸມ ແລະ ຢຸດຕິການປະທະກັນ. ກ່ຽວກັບບັນດາທະເລຕາເວັນອອກ, ສອງຝ່າຍສະໜັບສະໜູນທັດສະນະລວມຂອງ ອາຊຽນ ໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

        ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ແຟງລັງ ໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງສອງຝ່າຍຍົກລະດັບການຳພົວພັນ ຫວຽດນາມ - ແຟງລັງ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ຢັ້ງຢືນບັນດາຫຼັກການ, ວາງອອກບັນດາກຳນົດທິດໃຫຍ່ເພື່ອຍູ້ແຮງ ແລະ ເພີ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແຟງລັງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.