ຂ່າວເດັ່ນ

ຫ​ວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​ທຸກ​ຂົງ​ເຂດ

ຫ​ວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​ທຸກ​ຂົງ​ເຂດ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ.

ການພົບປະເຈລະຈາ ລະຫວ່າງສອງຝ່າຍ (ພາບ: VOV)

ໂດຍຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ທ່ານ ປະທານ Duma  ແຫ່ງຊາດ ລັດເຊຍ Vyacheslav Volodin ໄດ້ນຳໜ້າ ຄະນະຜູ້ແທນຂັ້ນສູງ ລັດເຊຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ Duma ແຫ່ງຊາດ ລັດເຊຍ ແຕ່ວັນທີ 28 – 29 ກັນຍາ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນສະເໜີໃຫ້ Duma ແຫ່ງຊາດ ລັດເຊຍ ເພີ່ມທະວີການຮ່ວມມື, ສົມທົບກັບສະພາແຫ່ງຊາດ ຫວຽດນາມ, ສະໜັບສະໜູນ ແລະ ໜູນຊ່ວຍບັນດາສຳນັກງານ, ອົງການສອງປະເທດແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ.

ສ່ວນທ່ານປະທານ Vyacheslav Volodin ຢັ້ງຢືນວ່າ ທ່ານເອງ ແລະ Duma ແຫ່ງຊາດ ລັດເຊຍ ຍາມໃດກໍ່ສະໜັບສະໜູນການພົວພັນຮ່ວມມືໃນທຸກດ້ານກັບ ຫວຽດນາມ, ທ່ານກ່າວວ່າ ພ້ອມແລ້ວທີ່ຈະພ້ອມກັບ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນສອງປະເທດເປີດກວ້າງບັນດາກົນໄກ ແລະ ທິດທາງຮ່ວມມືໃໝ່ຢ່າງບໍ່ຢຸດຢັ້ງ.

ແລະກໍ່ໃນວັນດຽວກັນ, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການລະຫວ່າງລັດຖະສະພາ  ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ Duma ແຫ່ງຊາດ, ສະພາແຫ່ງຊາດ ສະຫະພັນ ລັດເຊຍ. ກອງປະຊຸມໂດຍ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານ ປະທານ Duma ແຫ່ງຊາດ ລັດເຊຍ Vyacheslav Volodin ເປັນປະທານຮ່ວມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.